ກອງປະຊຸມ HAPUA Working Committee ຄັ້ງທີ 33 ແລະ ກອງປະຊຸມ HAPUA Council ຄັ້ງທີ 37  ຜ່ານທາງອອນລາຍ

07-09-2021.



   ໃນວັນທີ 6 ກັນຍາ 2021 ເວລາ 09:00 ໂມງ,  ທ່ານຈັນທະບຸນ ສຸກອາລຸນ ຜູ້ອໍານວຍການໃຫຍ່  ລັດວິສາຫະກິດໄຟຟ້າລາວ ເຂົ້າຮ່ວມ ກອງປະຊຸມ HAPUA Working Committee ຄັ້ງທີ 33 ແລະ ກອງປະຊຸມ HAPUA Council ຄັ້ງທີ 37  ຜ່ານທາງອອນລາຍ ໃນປີນີ້ ປະເທດໄທໄດ້ຮັບເປັນເຈົ້າພາບຈັດກອງປະຊຸມ ແລະ ຜູ້ເຂົ້າຮ່ວມຈາກ 10 ປະເທດຂອງສະມາຊິກອາຊຽນ. ຈຸດປະສົງຂອງກອງປະຊຸມ ແມ່ນ ລາຍງານການຈັດຕັ້ງປະຕິບັດວຽກງານໃຫ້ກັບ ຄະນະປະຕິບັດວຽກ HAPUA ແລະ ລາຍງານໃຫ້ ຜູ້ອໍານວຍການ ບໍລິສັດໄຟຟ້າຂອງແຕ່ລະປະເທດ ເປັນຕົ້ນ ຄວາມຄືບໜ້າ ແຜນງານ ASEAN ສໍາລັບການຮ່ວມມືດ້ານພະລັງງານ ໄລຍະ 2, ຄວາມຄືບໜ້າ ແຜນແມ່ບົດການເຊື່ອມຕໍ່ພະລັງງານອາຊຽນໄລຍະ 3, ຄວາມຄືບໜ້າຂອງແຕ່ລະກຸ່ມເຮັດວຽກ HAPUA Working Groups 1 ຫາ 5 / ປະກອບມີ: HAPUA Working Groups 1: ການຜະລິດ ແລະ ພະລັງງານທົດແທນ; HAPUA Working Groups 2: ສາຍສົ່ງ ແລະ ຕາຄ່າຍພະລັງງານ ASEAN; HAPUA Working Groups 3: ການເຊື່ອມຕໍ່ ແລະ ຄຸນນະພາບ/ຄວາມໜ້າເຊື່ອຖືດ້ານພະລັງງານ; HAPUA Working Groups 4: ນະໂຍບາຍ ແລະ ການພັດທະນາທາງການຄ້າ; HAPUA Working Groups 5: ຊັບພະຍາກອນມະນຸດ.​ ການອັບເດດໂຄງການສະໜອງພະລັງງານໄຟຟ້າຈາກ ລາວ ໄປຫາ ສິງກະໂປ ໂດຍຜ່ານລະບົບສາຍສົ່ງຈາກໄທ ແລະ ມາເລເຊຍ  ແລະ ໂຄງການ ເຊື່ອມໂຍງພະລັງງານໄຟຟ້າ ລາວ-ໄທ-ມາເລເຊຍ ໄລຍະທີ 1 ແລະ ໄລຍະທີ 2. ໃນກອງປະຊຸມໄດ້ຕົກລົງເຫັນດີກັນໃນການສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືທາງດ້ານພະລັງງານໄຟຟ້າພາຍໃນປະເທດສະມາຊິກອາຊຽນໃຫ້ມີຄວາມຢືນຍົງ.