ກອງປະຊຸມ ໄຟຟ້າຂອງປະເທດສະມາຊິກອາຊຽນ (HAPUA) ຄັ້ງ​ທີ່ 24 ຢູ່​ແຂວງ ຫຼວງພະບາງ  

23-11-2016.



            ກອງ​ປະຊຸມໄຟຟ້າຂອງບັນດາປະເທດ ອາ​ຊຽນ (HAPUA) ຄັ້ງ​ທີ່ 24 ໄດ້ເປີດຂື້ນ​ ຢູ່ທີ່​ແຂວງ ຫຼວງພະບາງ ໃນລະຫວ່າງວັນ​ທີ 22-24 ພະຈິກ 2016, ໂດຍແມ່ນ ລັດວິສາຫະກິດໄຟຟ້າລາວ ໄດ້ຮັບເປັນກຽດເປັນເຈົ້າພາບຈັດງານ ຊື່ງມີ 10 ປະເທດອາຊຽນເຂົ້າຮ່ວມ. ກອງປະຊຸມດັ່ງກ່າວແມ່ນ ກອງປະຊຸມ ປຶກສາຫາລື ລົງນາມ ແລະ ຄົ້ນຄວ້າ ເງື່ອນ​ໄຂ​ ຂໍ້ສະດວກ ແລະ ຄວາມຫຍຸ້ງຍາກ ໃນ​ການເຊື່ອມ​ໂຍງ​​ລະບົບ​ສົ່ງໄຟຟ້າເຂົ້າເປັນໜຶ່ງດຽວ ຂອງ ບັນດາປະເທດໃນອາຊຽນເພີ່ມຄວາມ ສະຖຽນລະພາບ ແລະ ເປັນການແລກປ່ຽນພະລັງງານ ລະຫວ່າງພາກພື້ນ ເຊີ່ງໃນກອງປະຊຸມໄດ້ຄົ້ນຄວ້າ ແລະ ລາຍງານການຮ່ວມມື ທາງດ້ານເຕັກໂນໂລຊີ, ການ ຊື້-ຂາຍ ແລກປຽ່ນພະລັງງານ, ການພັດທະນາຊັັບພະຍາກອນມະນຸດ, ການປັບປຸງ ລະບຽບຫລັກການ ແລະ ກົດໝາຍ ທີ່ບໍ່ສອດຄ່ອງ ຂອງແຕ່ລະປະເທດໃຫ້ຍັບໄກ້ເຂົ້າຫາກັນ, ແຜນພັດທະນາພະລັງງານໄຟຟ້າຮ່ວມກັນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ໃຫ້ເປັນລະບົບດຽວກັນ ຫຼື (Grid to Grid) ເພື່ອເປັນການພັດທະນາປະເທດສະມາຊິກອາຊຽນໃຫ້ເປັນເຂດທີ່ມີຄວາມຈະເລີນ ແລະ ສີວິໄລ.

For More Picture Click Here