ໂຄງການເຂື່ອນໄຟຟ້ນ້ຳງື່ມ 3 ມອບເຄື່ອງນຸ່ງຫົ່ມໃຫ້ແກ່ປະຊາຊົນ 5 ໜູ່ບ້ານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ

09-11-2016.



      ເພື່ອມອບຄວາມອົບອຸ່ນ ແລະ ຍົກລະດັບຊີວິດການເປັນຢູ່ ຂອງພໍ່ແມ່-ປະຊາຊົນຜູ້ຂາດເຂີນ ແລະ ຢູ່ຫ່າງໄກສອກຫຼີກ. ໃນວັນ​ທີ 4 ພະຈິກ 2016 ທີ່ຜ່ານມາ, ຢູ່ທີ່ສະໂມສອນເມືອງລ້ອງແຈ້ງ ແຂວງໄຊສົມບູນ, ໂຄງການເຂື່ອນໄຟຟ້ານ້ຳງື່ມ 3 ໄດ້ຈັດພິທີມອບເຄື່ອງນຸ່ງຫົ່ມຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ອາໄສຢູ່ໃນຂອບເຂດ 5 ບ້ານ ອ້ອມຂ້າງໂຄງການ ມອບໂດຍທ່ານ ດວງສີ ພາຣະຍົກ ຮອງຜູ້ອຳນວຍການໃຫ່ຍ ລັດວິສາຫະກິດໄຟຟ້າລາວ ເປັນປະທານຜູ້ກ່າວມອບ, ເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ຊົວເຊັງ ຈືວ່າໜໍເຮີລໍ່ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆລ້ອງແຈ້ງ, ທ່ານ ວົງສະກຸນ ຍີ່ງຍົງ ຮອງຫົວໜ້າຝ່າຍກໍ່ສ້າງເຂື່ອນ ແລະ ທ່ານ ພອນທະວີ ພົມມາລາ ຫົວໜ້າໂຄງການເຂື່ອນໄຟຟ້ານ້ຳງື່ມ 3 ພ້ອມດ້ວຍຄະນະ, ກຳມະບານຮາກຖານລັດວິສາຫະກິດໄຟຟ້າລາວ, ອຳນາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

      ສຳລັບເຄື່ອງນທີ່ນຳມາມອບໃນຄັ້ງນີ້ ສ່ວນນຶ່ງແມ່ນເຄື່ອງທີ່ໄດ້ຮັບການບໍລິຈາກ ຈາກພະນັກງານ-ກຳມະກອນ ລັດວິສາຫະກິດໄຟຟ້າລາວ ແລະ ເຄື່ອງທີ່ທາງໂຄງການເຂື່ອນນ້ຳງື່ມ 3 ຈັດຫາໃຫ້ ເປັນຕົ້ນແມ່ນ: ເຄື່ອງນຸ່ງຫົ່ມ, ອາຫານແຫ້ງ, ຢາປົວພະຍາດ ແລະ ປື້ມຄູ່ມືການນຳໃຊ້ໄຟຟ້າຢ່າງຖືກວິທີ-ປະຫຍັດ  ໃຫ້ແກ່ປະຊາຊົນທີ່ອາໄສ ໃນຂອບເຂດບ້ານອ້ອມຂ້າງເມືອງລ້ອງແຈ້ງ ແຂວງໄຊສົມບູນ. ໃນຕອນທ້າຍຂອງພິທີ ທ່ານ ຊົວເຊັງ ຈືວ່າໜໍເຮີລໍ່ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆລ້ອງແຈ້ງ ກໍ່ໄດ້ໃຫ້ຄຳໂອວາດ ແລະ ກ່າວຂອບໃຈ ມາຍັງພະນັກງານລັດວິສາຫະກິດໄຟຟ້າລາວທີ່ໄດ້ມາຊ່ວຍເຫຼືອໃນຄັ້ງນີ້ ເພື່ອປະກອບສ່ວນ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າ ໃຫ້ມີຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ.