ພິທີມອບ-ຮັບ ໂຄງການກໍ່ສ້າງເສັ້ນທາງ ຄູວຽງ-ວົງວຽນໂສກປ່າຫຼວງ ລັດວິສາຫະກິດໄຟຟ້າລາວ ກັບ ພະແນກໂຍທາທິການ-ຂົນສົ່ງນະຄອນຫຼວງວຽງຈັນ

07-11-2016.



         ໃນຕອນບ່າຍ ວັນທີ 3 ພະຈິກ 2016 ທີ່ຜ່ານມາ, ຢູ່ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ໂຄງການກໍ່ສ້າງເສັ້ນທາງແຕ່ຖະໜົນຄູວຽງ ຫາ ວົງວຽນໂສກປ່າຫຼວງ ລະຫວ່າງ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ-ຂົນສົ່ງນະຄອນຫຼວງ ວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

         ໂຄງການປັບປຸງ ແລະ ກໍ່ສ້າງເສັ້ນທາງເບຕົງ ແຕ່ວົງວຽນໂສກປ່າຫຼວງ ຫາ ສາມແຍກຄູວຽງ ເປັນໂຄງການໜຶ່ງທີ່ນອນໃນແຜນບູລີມະສິດ ການປັບປຸງພື້ນຖານໂຄງລ່າງຂອງນະຄອນຫຼວງວຽງຈັນ ເປັນເສັ້ນທາງທີ່ສຳຄັນຫຼາຍ ແລະ ມີລົດສັນຈອນເປັນຈຳນວນຫຼວງຫຼາຍໃນແຕ່ລະມື້ ແລະ ເປັນເຂດທີ່ມີ ຫ້ອງການ, ສະຖານທູດ, ໂຮງຮຽນ, ວັດໂສກປ່າຫຼວງ ແລະ ເຮືອນປະຊາຊົນອາໃສຢູ່ເປັນຈຳນວນຫຼາຍ, ໃນເມື່ອກ່ອນເສັ້ນທາງດັ່ງກ່າວແມ່ນປູດ້ວຍຢາງ ແລະ ໄດ້ນຳໃຊ້ໄດ້ຫຼາຍປີແລ້ວ ຈື່ງເປັນສາຍເຫດໃຫ້ມີການເປເພ, ເປັນຂຸມເລິກຂີ້ຝຸ່ນຫຼາຍ, ເຮັດໃຫ້ການສັນຈອນບໍ່ສະດວກ ແລະ ເປັນເສັ້ນທາງເຊື່ືອມຕໍ່ລະຫວ່າງ ທາງຄູວຽງກັບເສັ້ນທາງມິດຕະພາບ ລາວ-ໄທ,  ດັ່ງນັ້ນ ຟຟລ ຈື່ງເຫັນໄດ້ຄວາມສໍາຄັນ ແລະ ຕັດສິນໃຈສູງ ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ເພື່ອປັບປຸງຄືນໃໝ່ ເຊີ່ງໄດ້ເລີ່ມການກໍ່ສ້າງໃນຕົ້ນປີ 2016 ໃຊ້ເວລາ 4 ເດືອນ ຈີ່ງສຳເລັດ ໂດຍໄດ້ຮືທາງຢາງເກົ່າອອກໝົດ ແລ້ວເອົາຫີນໃໝ່ມາອັດແໜ້ນ ແລ້ວປູດ້ວຍເບຕົງເສີ່ມເຫຼັກ ທີ່ມີຄວາມໜາ 20 ຊັງຕີແມັດ ເຮັດເປັນທາງມາດຕະຖານ ມີຄວາມຍາວ 676 ແມັດ, ກວ້າງ 9,5 ແມັດ ແລະ ມີທາງຍາງສອງຝາກຂ້າງ ໃນມູນຄ່າ 3 ຕື້ກວ່າກີບ ໂດຍແມ່ນ ລັດວິສາຫະກິດໄຟຟ້າລາວ ເປັນຜູ້ໃຫ້ທືນທັງໝົດ ແລະ ໃນຕອນທ້າຍພິທີ ທ່ານ ປອ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ກັບ ຟຟລ ແລະ ທ່ານ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ  ລັດວິສາຫະກິດໄຟຟ້າລາວ ທີ່ໄດ້ໃຫ້ທຶນປະກອບສ່ວນໃນການສ້ອມແປງເສັ້ນທາງດັ່ງກ່າວ ໃຫ້ມີຄວາມສວຍງາມ ແລະ ສະດວກ ໃນການສັນຈອນ ຂອງພໍ່ແມ່ປະຊາຊົນ ໃນເຂດດັ່ງກ່າວ ກໍ່ຄືປະຊາຊົນໃນນະຄອນຫຼວງວຽງຈັນ.