ກອງບັນຊາການທະຫານແຂວງບໍລິຄຳໄຊ ຮັບຟັງການເຜີຍແຜ່ລະບຽບຫຼັກການນໍາໃຊ້ໄຟຟ້າໃຫ້ ຖືກຕ້ອງ ແລະ ປອດໄພ.

04-11-2016.



      ລັດວິສາຫະກິດໄຟຟ້າລາວ(ຟຟລ) ສາຂາ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມເຜີຍແຜ່ລະບຽບຫລັກການນຳໃຊ້ໄຟຟ້າ ແລະ ວິທີການນຳໃຊ້ໄຟຟ້າຢ່າງປະຢັດໃຫ້ກັບພະນັກງານການນຳຂັ້ນແຂວງ. ໃນວັນທີ 1 ພະຈິກ 2016, ຢູ່ທີ່ຫ້ອງປະຊຸມໃຫຍ່ກອງບັນຊາການທະຫານແຂວງບໍລິຄຳໄຊ, ໂດຍການເປັນປະທານຂອງ ທ່ານ ພັນເອກ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວຫນ້າການເມືອງກອງບັນຊາການທະຫານແຂວງບໍລິຄຳໄຊ, ມີທ່ານ ຕາ ພົງອາດີດ ຮອງຫົວຫນ້າ ຟຟລ ສາຂາແຂວງ ບໍລິຄຳໄຊ, ພະນັກງານການນຳແຕ່ລະຂັ້ນ,  ຕະຫລອດຮອດນາຍ ແລະ ພົນທະຫານ ຈຳນວນ 97 ທ່ານ ເຂົ້າຮ່ວມຮັບຟັງ. ໃນກອງປະຊຸມ ທ່ານ ເພັດອຸດົມ ຈັນທະວົງ  ຜູ້ຮັບຜິດຊອບວຽກງານປະຊາສໍາພັນຂອງ ຟຟລ ສາຂາ ບໍລິຄໍາໄຊ ໄດ້ຂຶ້ນເຜີຍແຜ່ບັນດາເອກະສານສໍາຄັນ ປະກອບມີ: ເອກະສານ ພາບລວມພາລະບົດບາດຂອງ ຟຟລ ສາຂາແຂວງ ບໍລິຄຳໄຊ, ແຈ້ງການຕ່າງໆ ຂອງ ຟຟລ ແລະ ຟຟລ ແຂວງບໍລິຄໍາໄຊ ລວມເຖິງບັນດາກົດຫມາຍທີ່ກ່ຽວຂ້ອງກັບຜູ້ຊົມໃຊ້ໄຟຟ້າ ແລະ ຜູ້ສະຫນອງ, ຂອບເຂດຄວາມຮັບຜິດຊອບໃນກໍລະນີໄຟຟ້າລັດວົງຈອນລະຫວ່າງ ຟຟລ ແລະ ຜູ້ຊົມໃຊ້ໄຟຟ້າ ແລະ ບັນດາຄຳສັ່ງແນະນຳຂອງທາງທ່ານເຈົ້າແຂວງໆ ບໍລິຄຳໄຊ ວ່າດ້ວຍການຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງກາງ 22 ແລະ 0,4 ກວ ລວມທັງ ປ້ອມຫມໍ້ແປງ ແລະ ການນຳສະເຫນີ ຂັ້ນຕອນ, ຫລັກການປະຢັດພະລັງງານໄຟຟ້າຂັ້ນພື້ນຖານ ແລະ ສາຍວີດີໂອ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຂົ້າໃຈແຈ້ງຕື່ມ ຂັ້ນຕອນໃນການຊົມໃຊ້ໄຟຟ້າ ໃຫ້ຖືກຕ້ອງ ປອດໄພ ປະຢັດ ແລະ ໃຫ້ນໍາໃຊ້ໄຟຟ້າໃຫ້ເກີດຜົນປະໂຫຍດສູງສຸດ.

      ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ພັນເອກ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວຫນ້າການເມືອງກອງບັນຊາການທະຫານແຂວງບໍລິຄຳໄຊ  ໂດຍກ່ອນອື່ນຫມົດທ່ານໄດ້ສະແດງຄວາມເປັນເອກະພາບຢ່າງສູງຕໍ່ກັບການໃຫ້ຄວາມກະຈ່າງແຈ້ງໃນບັນຫາຕ່າງໆ ແລະ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມເຫັນເຖິງຄວາມສຳຄັນຂອງພະລັງງານໄຟຟ້າຕໍ່ກັບການພັດທະນາເສດຖະກິດສັງຄົມ, ນຳເອົາບັນດາລະບຽບຫລັກການໄປຜັນຂະຫຍາຍຕໍ່ໃນສຳນັກງານຂອງຕົນໃຫ້ຮູ້ຈັກນຳໃຊ້ກະແສໄຟຟ້າຢ່າງປະຢັດຕາມຫລັກການ 3 ປໍ 1 ຖໍ, ຊ່ວຍໃນການປົກປັກຮັກສາລະບົບຕາຂ່າຍ ແລະ ມີສະຕິໃນການຈ່າຍຄ່າກະແສໄຟຟ້າໃຫ້ທັນຕາມລະບຽບການ ແລະ ສະເຫນີໃຫ້ໄຟຟ້າແຂວງມີນະໂຍບາຍ ແລະ ກວດກາຢ່າງລະອຽດຕໍ່ກັບການຕັດກະແສໄຟຟ້າໃນເຮືອນຂອງພໍ່ແມ່ປະຊາຊົນ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ແກ່ພະນັກງານຜູ້ບໍລິການຮັບໃຊ້ພໍ່ແມ່ປະຊາຊົນກໍ່ຄືສັງຄົມໃຫ້ຫລຸດຜ່ອນໄດ້ ບັນດາຫາງສຽງຕ່າງໆທີ່ເກີດຂຶ້ນ.