ກອງປະຊຸມປະເມີນຜົນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຫຼວງນໍ້າທາ.

02-11-2016.



        ກອງປະຊຸມປະເມີນຜົນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຄັ້ງທີ III ຮອບທີ III ປະຈຳປີ 2016 ຂອງ ລັດວິສາຫະກິດໄຟຟ້າລາວ(ຟຟລ) ສາຂາ ແຂວງຫຼວງນໍ້າທາ ໄດ້ໄຂຂື້ນຢ່າງເປັນທາງການ, ໃນວັນທີ 28 ຕຸລາ 2016 ທີ່ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ສີສະຫວາດ ນານທິລັດ ເລຂາໜ່ວຍພັກ ຟຟລ ສາຂາ ແຂວງຫຼວງນໍ້າທາ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສິງແກ້ວ ແສນປັນຍາ ຕາງໜ້າຈາກໂຄສະນາອົບຮົມແຂວງ ມີກວດກາພັກແຂວງ, ຄະນະໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ. ກອງປະຊຸມ ສະຫາຍ ສີສະຫວາດ ນານທິລັດ ເລຂາໜ່ວຍພັກ ຟຟລ ສາຂາ ແຂວງຫຼວງນໍ້າທາ ໄດ້ຂື້ນຜ່ານບົດປະເມີນຜົນ      ຕີລາຄາ ສະຫາຍ ໄດ້ຍົກໃຫ້ເຫັນ ດ້ານດີ ດ້ານອ່ອນ ຂໍ້ໂຄງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ເພື່ອເປັນການປະເມີນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃຫ້ໄດ້ຕາມສອງມາດຖານຄື: ເຂັ້ມແຂງ 4 ດ້ານ ແລະ ຮູ້ນຳພາຕາມ 5 ເນື້ອໃນ ຫຼື ເອີ້ນວ່າ(4+5). ໜ່ວຍພັກ ຟຟລ ສາຂາ ແຂວງຫຼວງນໍ້າທາ ແມ່ນໜ່ວຍພັກໜຶ່ງທີ່ໄດ້ແຍກອອກຈາກໜ່ວຍພັກ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໃນປີ 2013 ເປັນຕົ້ນມາ ແລະ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 3 ສະໃໝ ແລະ ພາຍຫຼັງໄດ້ແຍກອອກມາກໍ່ຖືວ່າຍັງຮັກສາໄດ້ 3 ປີຕິດຕໍ່ກັນ ເຊີ່ງໄດ້ສະແດງອອກດ້ານການເອົາໃຈໃສ່ຂອງບັນດາສະມາຊິກພັກຂອງແຕ່ລະຂັ້ນ, ປະຈຸບັນສະມາຊິກພັກທັງໝົດ 25 ສະຫາຍ ຍິງ 5 ສະຫາຍ ແລະ ສະມາຊິກພັກສຳຮອງ 2 ສະຫາຍ ແລະ ຮອດປະຈຸບັນ ຟຟລ ສາຂາ ແຂວງຫຼວງນໍ້າທາ ແມ່ນມີ 364 ບ້ານ ແລະ ໄດ້ນຳໃຊ້ໄຟຟ້າແລ້ວ 287 ບ້ານ ເທົ່າກັບ 79% ແລະ ໄດ້ຄຸ້ມຄອງໝໍ້ນັບໄຟ 30,921 ໜ່ວຍ ໃນ 33,800 ຫຼັງຄາເຮືອນ ໃນທົ່ວແຂວງ ຄິດເປັນ 91,48% ຂອງຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າຢ່າງຖາວອນ. ຫຼັງຈາກນັ້ນຜູ້ແທນກອງປະຊຸມກໍ່ໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາກາດ, ຕອນທ້າຍກອງປະຊຸມ ກໍ່ໄດ້ເປັນເອກະພາບ ນຳສະເໜີໃຫ້ຄະນະພັກຂັ້ນເທີງຮັບຮອງເອົາໜ່ວຍພັກ ຟຟລ ສາຂາ ແຂວງຫຼວງນໍ້າທາ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຄັ້ງທີ III ຮອບທີ III ປະຈຳປີ 2016