ການພັດທະນາພະລັງງານໄຟຟ້າຮ່ວມກັນ ຂອງບັນດາປະເທດສະມາຊິກອາຊຽນ

20-09-2016.



ໃນວັນ​ທີ 2-6 ພຶດສະພາ 2016 ຜ່ານມາ, ສປປລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 32 ຂອງ​ສະພາ​ຜູ້ອຳນວຍການ​ວິ​ສາ​ຫະກິດ​ໄຟຟ້າ ອາ​ຊຽນ ຫຼື ​ເອີ້ນວ່າ HAPUA, ເຊີ່ງໄດ້ເຕົ້າ​ໂຮມ​ເອົາ​ຕົວ​ແທນ​ຂອງ​​ປະ​ເທດ​ສະມາຊິກ​ອາ​ຊຽນ 10 ປະ​ເທດ ທີ່​ຮັບຜິດຊອບ​ສະ​ໜອງ​ ​ແລະ ບໍລິການ​ໄຟຟ້າ. ຕາງໜ້າ​ໃຫ້ຝ່າຍ ສປປລາວ ​ແມ່ນ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ, ການ​ຮ່ວມ​ມື​ປະກອບ​ມີ 5 ໜ້າວຽກຄື: ການ​ຜະລິດພະລັງງານ​;  ການ​ສ້າງສາ​ຍສົ່ງ​ໄຟຟ້າ​ແຮງ​ສູງ​ອາ​ຊຽນ; ການຈຳໜ່າຍ​ດ້ວຍຄຸນ​ນະພາ​ບ ​ແລະ ມີຄວາມໝັ້ນຄົງ;  ການ​ສຶກສາ​ນະ​ໂຍບາຍ ​ແລະ ລະບຽບການຕ່າງໆ ໃຫ້ຄູ່ກັບ​ທຸລະ​ກິດ ​ແລະ ຮ່ວມກັນ​ພັດທະນາ​ຊັບພະຍາກອນ​ມະນຸດ ຈຸດປະສົງເພື່ອຄົ້ນຄົ້ວເຊື່ອມຈອດລະບົບສາຍສົ່ງໄຟຟ້າແຮງສູງ ​ເປີດ​ກວ້າງ​ການ​ແລກປ່ຽນ ຊື້-​ຂາຍ ຫຼື ຕະຫຼາດພະລັງງານ​ໄຟ​ຟ້າ ​ເປັນ​ພາວ​ເວີ​ພູນ (Power Pool) ພາຍ​ໃນ​ປະຊາ​ຄົມ​ອາ​ຊຽນ 10 ປະ​ເທດ ​ເພື່ອ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ພະລັງງານ​ແບບ​ຍືນ​ຍົງ. ໃນ​ປີ 2013 ປະຊາ​ຄົມ​ອາ​ຊຽນມີ​ກຳລັງ​ການ​ຜະລິດ​ໄຟຟ້າ​ ທັງ​ໝົດ​ຫຼາຍກວ່າ 190.000 ​ເມ​ກາ​ວັດ ຊຶ່ງ​ສາມາ​ຜະລິດ​ພະລັງງານ​ໄຟຟ້າໄດ້ 810.000 ລ້ານ​ກິ​ໂລ​ວັດ​ໂມງ ​ແລະ ມີ​ຄວາມຕ້ອງການພະລັງງານໄຟຟ້າເພີ່ມຂື້ນ 6%ຕໍ່ປີ ພະລັງງານ​ໄຟຟ້າ​ໃນ​ອາ​ຊຽນແມ່ນໄດ້ມາຈາກແຫຼ່ງຕ່າງໆເຊັ່ນ, ອາຍ​ແກັສທຳ​ມະ​ຊາດ 40%, ຖ່ານ​ຫີນ 30%, ​ໄຟຟ້ານ້ຳຕົກ 15% ນ້ຳມັນ​ເຊື້ອ​ໄຟ 8%  ​ແລະ ພະລັງງານ​ທົດ​ແທນ​ປະ​ເພດ​ອື່ນໆ 7% ​ໃນ​ປະຈຸ​ບັນ​ອາ​ຊຽນມີ​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ ​ເຊື່ອມ​ຕໍ່​ລະຫວ່າງ​ປະ​ເທດ​ 16 ຈຸດ ​​ຊື້-​ຂາຍ​ໄຟຟ້າຮ່ວກັນ ​ 4.934 ​ເມ​ກາ​ວັດ. ອັນ​ທີ່​ພົ້ນ​ເດັ່ນ​ແມ່ນ​ ສປປລາວ ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ ຊື້​-ຂາຍ ​ພະລັງງານ​ໄຟຟ້າ ​ກັບປະ​ເທດ​​ເພື່ອນບ້ານ​ຫຼາຍກວ່າ​ໝູ່​ ເພາະວ່າ ມີ​ສາຍ​ສົ່ງ​ເຊື່ອມ​ຕໍ່​ກັບ​ຕ່າງປະ​ເທດ​ທັງ​ໝົດ 28 ຈຸດ ​ໃນ​ນີ້​ເປັນ​ສາຍ​ສົ່ງ​ແຮງ​ສູງ 11 ຈຸດ ​ແລະ ມີ​ການ​ຊື້-​ຂາຍ ​ໄຟຟ້າທັງ​ໝົດ 4.369 ​ເມ​ກາ​ວັດ ກວມ​ເອົາ 88% ຂອງ​ການ​ຊື້​ຂາຍ​ໄຟຟ້າ​ໃນ​ອາ​ຊຽນ ຍ້ອນ​ແນວ​ນັ້ນ​ຢູ່​ໃນ​ຕົ້ນ​ປີ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ພະລັງງານ​ອາ​ຊຽນ ຈຶ່ງ​ໄດ້​ຕົກລົງ​​ເອົາ​ໂຄງການ​ຂາຍ​ໄຟຟ້າ​ຈາກ ສປປລາວ 100 ​ເມກ​າວັດ ​ໄປ​ສິງກະ​ໂປ​ຜ່ານ​ໄທ ​ແລະ ມາ​ເລ​ເຊຍ ​ເປັນ​ໂຄງການ​ຕົວ​ແບບ ​ແລະ ນຳພາ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ເຊື່ອມ​ຕໍ່​ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ​ອາ​ຊຽນ ທີ່​ມີຫຼາຍປະ​ເທດ​ເຂົ້າ​ຮ່ວມ.