ຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ 
ຂໍ້ແນະນໍາເບື້ອງຕົ້ນ ໃນການປະກອບເອກະສານ
I. ບໍລິການຂໍຊົມໃຊ້ໄຟຟ້າໃໝ່
1. ຕິດຕັ້ງໝໍ້ນັບໄຟທຳມະດາບໍ່ມີການກໍ່ສ້າງຕາຂ່າຍແຮງຕໍ່າ 0.4 kV
2. ຕິດຕັ້ງໝໍ້ນັບໄຟທີ່ມີການກໍ່ສ້າງຕາຂ່າຍແຮງຕ່ຳ 0.4 kV
3. ການກໍ່ສ້າງຕາຂ່າຍ 22 kV ແລະ ຕິດຕັ້ງໝໍ້ແປງໄຟຟ້າ
II. ການດຳເນີນການຂໍຊົມໃຊ້ໄຟຟ້າໃໝ່
1. ຕິດຕັ້ງໝໍ້ນັບໄຟທຳມະດາບໍ່ມີການກໍ່ສ້າງຕາຂ່າຍແຮງຕໍ່າ 0.4 kV
- ໃບຄຳຮ້ອງ ຂໍຊົມໃຊ້ໄຟຟ້າ (ແບບຟອມຂອງຟຟລ).
- ສຳເນົາສຳມະໂນຄົວຫຼືບັດປະຈຳຕົວ.
- ສຳເນົາໃບບິນໄຟຟ້າ(ໃບແຈ້ງຄ່າໄຟຟ້າ).
- ແຕ້ມແຜນຜັງສະຖານທີ່ຂໍຊົມໃຊ້ໄຟຟ້າ(ຮູບແຕ້ມຫຼືຮູບພາບຖ່າຍຂອງ Google Earth).
(ກໍລະນີຜູ້ຊົມໃຊ້ຮູ້ກຳລັງຊົມໃຊ້ໄຟຟ້າພາຍໃນເຮືອນລະບຸໄວ້ໃນຄຳຮ້ອງ ພ້ອມຄົບເງື່ອນໄຂໃບຄຳຮ້ອງສາມາດຈ່າຍເງິນໄດ້ ແລະ ລໍ່ຖ້າການຕິດຕັ້ງໝໍ້ນັບໄຟຕາມເວລາກຳນົດ)
2. ການກໍ່ສ້າງຕາຂ່າຍ 22 kV ແລະ ຕິດຕັ້ງໝໍ້ແປງໄຟຟ້າ
-
ກໍລະນີຜູ້ປະກອບການເປັນຜູ້ກໍ່ສ້າງ ແລະຕິດຕັ້ງໝໍ້ແປງຕ້ອງປະກອບທັງໝົດ
- ໃບຄຳຮ້ອງ (ແບບຟອມຂອງຟຟລ).
- ໃບມອບວຽກ (ລະຫວ່າງເຈົ້າຂອງກິດຈະການ ແລະ ຜູ້ປະກອບການດ້ານໄຟຟ້າ)
- ແຜນທີ່ສະຖານທີ່ກໍ່ສ້າງ ແລະ ຕິດຕັ້ງໝໍ້ແປງ(ຮູບແຕ້ມດ້ານເຕັກນິກ ຫຼື ຮູບພາບຖ່າຍຂອງGoogle Earth).
- ແຜນການປະຕິບັດວຽກ.
- ໃບຄາດຄະເນອຸປະກອນ (ພ້ອມລະບຸ Specification ຂອງ ອຸປະກອນ).
- ໃບສັງລວມໂຫລດເຄື່ອງໃຊ້ໄຟຟ້າ (Load Profile ).
- ໃບທົດສອບອຸປະກອນວັດແທກ CT, PT, Tr ຈາກໂຮງງານ(ໃບທົດສອບ CT, PT ຈາກຟຟລ).
- ຮູບແບບປະກອບຫົວເສົາປະພດຕ່າງໆ, ຮູບແບບຕິດຕັ້ງໝໍ້ແປງ, ຮູບແບບລະບົບດິນ ແລະ ວົງຈອນດ່ຽວ.
- ສັນຍາຊື້-ຂາຍໄຟຟ້າ (ແບບຟອມຂອງຟຟລ).
- ບົດບັນທຶກການກວດກາ (ແບບຟອມຂອງຟຟລ).
- ສຳເນົາໃບອະນຸຍາດດຳເນີນກິດຈະການ, ທະບຽນວິສາຫະກິດ ແລະ ໃບທະບຽນອາກອນ (ຜູ້ຂໍຊົມໃຊ້ໄຟຟ້າທີ່ ເປີດກິດຈະການ) / ສຳເນົາປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ.
- ກໍລະນີຜູ້ຊົມໃຊ້ໄຟຟ້າມອບໃຫ້ຟຟລເປັນຜູ້ກໍ່ສ້າງ ແລະ ຕິດຕັ້ງໝໍ້ແປງ
- 1. ຜູ້ຂໍຊົມໃຊ້ໄຟຟ້າຕ້ອງປະກອບເອກະສານ
- 1.1 ໃບຄຳໍຮ້ອງ ຜູ້ຂໍຊົມໃຊ້ໄຟຟ້າຕ້ອງປະກອບ(ແບບຟອມຂອງຟຟລ).
- 1.2 ແຜນທີ່ສະຖານທີ່ກໍ່ສ້າງ ແລະ ຕິດຕັ້ງໝໍ້ແປງ(ຮູບແຕ້ມ ຫຼື ຮູບພາບຖ່າຍຂອງGoogle Earth).
- 1.3 ສຳເນົາໃບອະນຸຍາດດຳເນີນກິດຈະການ, ທະບຽນວິສາຫະກິດ ແລະ ໃບທະບຽນອາກອນ (ຜູ້ຂໍຊົມໃຊ້ໄຟຟ້າທີ່ ເປີດກິດຈະການ) / ສຳເນົາປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ.
- 2. ຟຟລ ຕ້ອງປະກອບເອກະສານ
- 2.1 ໃບມອບວຽກ (ລະຫວ່າງເຈົ້າຂອງກິດຈະການ ແລະ ຟຟລ)
- 2.2 ແຜນທີ່ສະຖານທີ່ກໍ່ສ້າງ ແລະ ຕິດຕັ້ງໝໍ້ແປງ(ຮູບແຕ້ມດ້ານເຕັກນິກ).
- 2.3 ແຜນການປະຕິບັດວຽກ.
- 2.4 ໃບຄາດຄະເນອຸປະກອນ (ພ້ອມລະບຸ Specification ຂອງ ອຸປະກອນ).
- 2.5 ໃບສັງລວມໂຫລດ (ພ້ອມ Load Profile ຖ້າມີ).
- 2.6 ໃບທົດສອບອຸປະກອນວັດແທກ CT, PT, Tr ຈາກໂຮງງານ(ໃບທົດສອບ CT, PT ຈາກຟຟລ).
- 2.7 ຮູບແບບປະກອບຫົວເສົາປະພດຕ່າງໆ, ຮູບແບບຕິດຕັ້ງໝໍ້ແປງ, ຮູບແບບລະບົບດິນ ແລະ ວົງຈອນດ່ຽວ.
- 2.8 ສັນຍາຊື້-ຂາຍໄຟຟ້າ (ແບບຟອມຂອງຟຟລ).
- 2.9 ບົດບັນທຶກການກວດກາ (ແບບຟອມຂອງຟຟລ).
III. ການປະກອບເອກະສານຂໍແກ້ໄຂກ່ຽວໝໍ້ນັບໄຟຕ່າງໆ
1. ປ່ຽນປະເພດລາຄາຈາກທຸລະກິດ, ອຸດສາຫະກຳ ມາເປັນທີ່ຢູ່ອາໃສ.
- ໃບຄຳຮ້ອງ (ແບບຟອມ ຂອງ ຟຟລ).
- ໃບຢຸດເຊົາ ຫຼື ສັນຍາເຊົ່າ.
- ສຳເນົາໃບບິນໄຟຟ້າ (ໃບແຈ້ງຄ່າໄຟຟ້າຕ້ອງຈ່າຍໜີ້ເກົ່າໃຫ້ເປັນ 0ກີບ).
- ແຕ້ມແຜນຜັງສະຖານທີ່ຂໍຊົມໃຊ້ໄຟຟ້າ(ຮູບແຕ້ມ ຫຼື ຮູບພາບຖ່າຍຂອງ Google Earth).
2. ປ່ຽນປະເພດລາຄາຈາກ ທີ່ຢູ່ອາໃສ ເປັນທຸລະກິດ, ອຸດສາຫະກຳ.
- ໃບຄຳຮ້ອງ (ຕ້ອງປະທັບກາບໍລິສັດ) (ແບບຟອມ ຂອງ ຟຟລ).
- ໃບດຳເນີນທຸລະກິດ.
- ໃບສ້າງຕັ້ງໂຮງງານ.
- ສຳເນົາໃບບິນໄຟຟ້າ (ໃບແຈ້ງຄ່າໄຟຟ້າ)ຕ້ອງຈ່າຍໜີ້ເກົ່າໃຫ້ເປັນ 0ກີບ).
- ແຕ້ມແຜນຜັງສະຖານທີ່ຂໍຊົມໃຊ້ໄຟຟ້າ(ຮູບແຕ້ມ ຫຼື ຮູບພາບຖ່າຍຂອງ Google Earth).
3. ຂໍເກັບກູ້ (ຢຸດການຜະລິດ, ປິດບັນຊີ)
- ໃບຄຳຮ້ອງ (ແບບຟອມ ຂອງ ຟຟລ).
- ສຳເນົາໃບບິນໄຟຟ້າ (ໃບແຈ້ງຄ່າໄຟຟ້າຕ້ອງຈ່າຍໜີ້ເກົ່າໃຫ້ເປັນ 0ກີບ ແລະ ຄ່າເຊົ່າ 1 ເດືອນລ່ວງໜ້າ).
- ແຕ້ມແຜນຜັງສະຖານທີ່ຂໍຊົມໃຊ້ໄຟຟ້າ(ຮູບແຕ້ມ ຫຼື ຮູບພາບຖ່າຍຂອງ Google Earth).
4. ຂໍກວດກາໝໍ້ນັບໄຟ
- ໃບຄຳຮ້ອງ (ແບບຟອມ ຂອງ ຟຟລ).
- ສຳເນົາໃບບິນໄຟຟ້າ (ໃບແຈ້ງຄ່າໄຟຟ້າ).
- ແຕ້ມແຜນຜັງສະຖານທີ່ຂໍຊົມໃຊ້ໄຟຟ້າ(ຮູບແຕ້ມ ຫຼື ຮູບພາບຖ່າຍຂອງ Google Earth).
5. ຂໍເປີດນຳໃຊ້ຄືນ
- ໃບຄຳຮ້ອງ (ແບບຟອມ ຂອງ ຟຟລ).
- ສຳເນົາໃບບິນໄຟຟ້າ (ໃບແຈ້ງຄ່າໄຟຟ້າ)
6. ຂໍດັດແກ້
- ໃບຄຳຮ້ອງ (ແບບຟອມ ຂອງ ຟຟລ).
- ສຳເນົາໃບບິນໄຟຟ້າ (ໃບແຈ້ງຄ່າໄຟຟ້າ)
7. ຂໍປ່ຽນໝໍ້ນັບໄຟ (ໝໍ້ນັບໄຟຕາຍ, ໜ້າເຫຼືອງ, ໜ້າແຕກ)
- ໃບຄຳຮ້ອງຂໍຊົມໃຊ້ໄຟຟ້າ.
- 2. ໃບແຈ້ງຄ່າໄຟຟ້າ(ຕ້ອງຈ່າຍໜີ້ເກົ່າໃຫ້ເປັນ 0ກີບ ແລະ ຄ່າເຊົ່າ 1 ເດືອນລ່ວງໜ້າ).
- 3. ແຕ້ມແຜນຜັງສະຖານທີ່ຂໍຊົມໃຊ້ໄຟຟ້າ(ຮູບແຕ້ມ ຫຼື ຮູບພາບຖ່າຍຂອງ Google Earth).
ສະຖານທີ່ພົວພັນເອົາເອກະສານ, ຮັບເອກະສານ ແລະ ຊຳລະເງິນ
- ສະຖານທີ່ພົວພັນເອົາເອກະສານແບບຟອມໃບຄຳຮ້ອງ ຂໍຊົມໃຊ້ໄຟຟ້າ
- ດາວໂຫລດ ຈາກ ເວບໄຊ www.edl.com.la........... ຫຼື www.edlvt.net.la
- ສູນຮັບເງິນຄ່າໄຟຟ້າທຸກບ່ອນໃນນະຄອນຫຼວງ(ຟຣີ).
- ສາຂາໄຟຟ້າເມືອງທຸກເມືອງໃນນະຄອນຫຼວງ(ຟຣີ).
- ສະຖານທີ່ຍື່ນເອກະສານ ແລະ ຊຳລະຄ່າບໍລິການ.
- ສຳນັກງານໄຟຟ້າເມືອງ 6 ສາຂາເມືອງ ແລະ ສູນຮັບເງິນສີສະເກດ.
- ຮູບແບບການຊຳລະ
- ຟຟລ ຈະປັບປຸງການຊຳລະເງິນຄ່າບໍລິການທາງໃຫ້ລູກຄ້າມີຄວາມສະດວກຫຼາຍຂື້ນໃນຕໍ່ໜ້າ.