ງານແຂ່ງຂັນສີມືແຮງງານປະຈໍາປີ 2023

08-05-2023.



ເນື່ອງໃນໂອກາດວັນກໍາມະກອນສາກົນ 1 ພຶດສະພາ ຄົບຮອບ 137 ປີ, ໃນວັນທີ 6 ພຶດສະພາ 2023 ສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ສະຫະພັນກໍາມະບານຮາກຖານ ລັດວິສາຫະກິດໄຟຟ້າລາວ ໄດ້ສ້າງຂະບວນການແຂ່ງຂັນສີມືແຮງງານຂື້ນ ໂດຍມີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນປະທານ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວິໄລ ວົງຂະເສີມ ຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ພ້ອມແຂກທີ່ຖືກເຊີນ, ສະຖາບັນການສຶກສາ ແລະ ທີມແຂ່ງຂັນ ຟຟລ ເຂົ້າຮ່ວມ.
ໃນພິທີ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ໄດ້ຂຶ້ນກ່າວ ຈຸດປະສົງ ການແຂ່ງຂັນສີມືແຮງງານ ປະຈໍາປີ 2023 ທ່ານໄດ້ກ່າວວ່າ: ເພື່ອເປັນການຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກ ລະຫວ່າງ ຟຟລ ກັບ ບັນດາບໍລິສັດ, ລັດວິສາຫະກິດ, ບັນດາສະຖາບັນການສຶກສາ ແລະ ບັນດາກົມອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອສົ່ງເສີມແນວຄວາມຄິດ, ທັກສະ, ຄວາມຮູ້, ຄວາມສາມາດ, ປະສົບການ ແລະ ນະວັດຕະກໍາໃໝ່ໆ ຂອງ ພະນັກງານຂະແໜງໄຟຟ້າ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງແບບມືອາຊີບ ແລະ ສາມາດນຳໄປປະຍຸກໃຊ້ໃນວຽກງານວິຊາສະເພາະຂອງຕົນ ເຊິ່ງໃນປີນີ້ມີ 13 ພາກສ່ວນເຂົ້າຮ່ວມວາງສະແດງເຄື່ອງມື, ນະວັດຕະກຳ ແລະ ມີ  25 ທີມ ເຂົ້າຮ່ວມການແຂ່ງຂັນໃນ 5 ຫົວຂໍ້,  ເຊິ່ງຜົນ ຂອງ ການແຂ່ງຂັນ ດັ່ງນີ້: ຊະນະເລີດ ການຕິດຕັ້ງໝໍ້ນັບໄຟ CT, VT: 22 kV ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື, ຊະນະເລີດ ການປ່ຽນຖ່າຍດອກກັນໄຟພາກແຮງດັນ 22 kV ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂາ ນະຄອນຫລວງ1, ຊະນະເລີດ ການປ່ຽນຖ່າຍດອກກັນໄຟພາກແຮງດັນສູງ 115 kV ຄື  ທີມ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຫລວງພະບາງ, ຊະນະເລີດ ການປ່ຽນຖ່າຍໝໍ້ແປງ 22/0.4 kV  ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍ່ແກ້ວ, ຊະນະເລີດ ຫົວຂໍ້ ດ້ານນະວັດຕະກໍາໃໝ່  ມີ 2 ປະເພດຄື: ນະວັດຕະກຳໃຫມ່ ໃນດ້ານການບໍລິການລູກຄ້າ ຊະນະເລີດ ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2 ແລະ ປະດິດເຄື່ອງມືຮັບໃຊ້ແກ້ໄຂວຽກງານວິຊາສະເພາະ ຂອງ ຟຟລ ຊະນະເລີດ ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຫລວງພະບາງ.