ກະຊວງ ພະລັງງານ ແລະ ບໍ່ແຮ່ ຈັດຕັ້ງ ປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ.

09-08-2022.



    ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຕັ້ງການຮັບຟັງປາຖະກະຖາກ່ຽວກັບມູນເຊື້ອ ແລະ ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ແລະ ເພື່ອເປັນການປະກອບສ່ວນຮ່ວມກັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາ ເຂົ້າໃນຂະບວນການສະເຫຼີມສະຫຼອງປີມິດຕະພາບ ແລະ ຄວາມສາມັກຄີລາວ-ຫວຽດນາມ ກໍ່ຄືວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ. ພິທີໄດ້ຈັດຂຶ້ນ ໃນຕອນເຊົ້າຂອງ ວັນທີ 9 ສິງຫາ 2022 ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໃຫ້ກຽດປາຖະກະຖາເລົ່າມູນເຊື້ອໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ໂດຍການຕ້ອນຮັບຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ມີຄະນະກົມ, ຮອງກົມ, ຄະນະອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.