ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ໄຟຟ້ານໍ້າເທີນ 2 ເຊັນສັນຍາ ຊື້-ຂາຍ ໄຟຟ້າ ສະບັບປັບປຸງ ຄັ້ງທີ 2

04-05-2022.



ພິທີເຊັນສັນຍາ ຊື້-ຂາຍ ໄຟຟ້າ ສະບັບປັບປຸງ ຄັ້ງທີ 2 ຈັດຂຶ້ນ ວັນທີ 03 ພຶດສະພາ 2022 ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ, ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ( EDL) ຕາງໜ້າໂດຍ ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອຳນວຍການໃຫຍ່ ຟຟລ ແລະ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ (NTPC) ໂດຍ ທ່ານ ໂອລີວີເອີ ດິດດຣີ ຜູ້ອຳນວຍການໃຫຍ່ ບໍລິສັດ ນໍ້າເທີນ 2 ຈໍາກັດ ໂດຍການເປັນສັກຂີພິຍານຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ. ຜົນຂອງການເຊັນສັນຍາໃນຄັ້ງນີ້ ຈະເຮັດໃຫ້ ລັດວິສາຫະກິດໄຟຟ້າລາວ ສາມາດຮັບພະລັງງານໄຟຟ້າໃນລະດູແລ້ງເພີ່ມຂຶ້ນ ເຊິ່ງຈະຊ່ວຍໃນການສະໜອງໄຟຟ້າໃນລະດູແລ້ງໃຫ້ມີປະສິດທິພາບ.