ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂອງ ລັດວິສາຫະກິດໄຟຟ້າລາວ

23-02-2023.




ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 17 ກຸມພາ 2023 ຢູ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ມີຄະນະປະຕິຮູບ ຟຟລ, ຄະນະກົມ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງການເງິນ, ຄະນະຝ່າຍ, ຄະນະຫ້ອງການ, ພະນັກງານນໍາພາ ຟຟລ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມ  ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ  ໄດ້ລາຍງານສະພາບວຽກງານໃນ ປີ 2022 ສະພາບເສດຖະກິດ-ການເມືອງຂອງໂລກທີ່ມີການຜັນແປ ມັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ໃຫ້ກັບການພັດທະນາເສດຖະກິດ-ສັງຄົມ ມີຄວາມຫຍຸ້ງຍາກ ແຕ່ຄະນະພັກ ຄະນະຜູ້ບໍລິຫານກໍ່ໄດ້ຕັດສິນໃຈສູງໃນການຈັດຕັ້ງວຽກງານຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ. ເປັນຕົ້ນ ໃນປີ 2022 ຟຟລ ໄດ້ແຕ່ງຕັ້ງຄະນະປະຕິຮູບ ໂດຍການຊີ້ນໍາໂດຍກົງຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ເພື່ອເຮັດໃຫ້ການບໍລິຫານອົງກອນມີຄວາມເຂັ້ມແຂງ ຍືນຍົງ ຍົກສູງປະສິດຕິພາບວຽກງານໃຫ້ສອດຄ່ອງ ແລະ ເໝາະສົມ ໃນແຕ່ລະໄລຍະຂອງການດໍາເນີນທຸລະກິດ ໃຫ້ທັນສະໄໝ.
ປີ 2022 ຟຟລ ໄດ້ຮັບຊື້ພະລັງງານໄຟຟ້າຈາກແຫຼ່ງຜະລິດພາຍໃນ ແລະ ຜະລິດເອງ ເທົ່າກັບ 17.230,16 GWh, ຊື້ພະລັງງານພາຍໃນຈາກ IPP-SPP ຕາມແຜນ 13.348,22 GWh  ຊື້ຕົວຈິງ 12.865,83 GWh ປະຕິບັດໄດ້ 96,39%, ຊື້ພະລັງງານຈາກຕ່າງປະເທດ ຈາກ EGAT ຕາມແຜນ 264,73 GWh ຊື້ຕົວຈິງ 809,28 GWh ກວມເອົາ 305,70%.
    ວຽກງານຄຸ້ມຄອງລະບົບສົ່ງ ແລະ ສະຖານີ ປັດຈຸບັນ ທົ່ວປະເທດ ມີສະຖານີໄຟຟ້າແຮງສູງ ທັງໝົດ 76 ແຫ່ງ, ໃນນັ້ນເປັນສະຖານີ 230/115 kV ຈໍານວນ 15 ແຫ່ງ, ສະຖານີ 115/22 kV ຈໍານວນ 61 ແຫ່ງ, ລວມກໍາລັງຕິດຕັ້ງ ທັງໝົດ: 7.212 MVA. ມີລະບົບສາຍສົ່ງໄຟຟ້າແຮງສູງ 230 kV ແລະ 115 kV ລວງຍາວທັງໝົດ 10.054 km/ວົງຈອນ, ທຽບໃສ່ ປີ 2021 ເພີ່ມຂຶ້ນ 78 km/ວົງຈອນ, ລະບົບຕາຂ່າຍແຮງດັນກາງ 22/35 kV ລວງຍາວທັງໝົດ 36.318,54 km/ວົງຈອນ, ທຽບໃສ່ປີ 2021 ເພີ່ມຂຶ້ນ 3,52%, ລະບົບຕາຂ່າຍແຮງດັນຕໍ່າ 0,4 kV, ລວງຍາວທັງໝົດ 21.007,02 km/ວົງຈອນ, ທຽບໃສ່ປີ 2021 ເພີ່ມຂຶ້ນ 2,12%, ໝໍ້ແປງລະບົບຈໍາໜ່າຍທັງໝົດ 35.891 ໜ່ວຍ, ລວມກໍາລັງຕິດຕັ້ງ 5.840.139 kVA. ທຽບໃສ່ຕົ້ນປີ 2021 ເພີ່ມຂຶ້ນ 2.000 ໜ່ວຍ; ເທົ່າກັບ 5,57%, ກໍາລັງຕິດຕັ້ງເພີ່ມຂຶ້ນ 400.727 kVA=7,37%. ມີໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງ ຂອງ ຟຟລ ທັງໝົດ 1.645.342 ໜ່ວຍ. ທຽບໃສ່ຕົ້ນປີ 2021 ເພີ່ມຂຶ້ນ 79.314 ໜ່ວຍ; ເທົ່າກັບ 5,06%. 
ປີ 2023 ຟຟລ ສືບຕໍ່ຜັນຂະຫຍາຍຍຸດທະສາດພັດທະນາພະລັງງານໄຟຟ້າ ໃຫ້ສອດຄ່ອງກັບຄວາມຕ້ອງການ ໂດຍຄຳນືງເຖີງຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ ຄຽງຄູ່ກັບການພັດທະນາພະລັງງານໄຟຟ້າເຊື່ອມໂຍງກັບປະເທດອ້ອມຂ້າງໃນການແລກປ່ຽນດ້ານພະລັງງານ, ປັບປຸງຍົກລະດັບ-ຂະຫຍາຍຕາຂ່າຍໄຟຟ້າສູ່ຊົນນະບົດ ໂດຍຮ່ວມກັບອົງການປົກຄອງທ້ອງຖິ່ນ, ຫຼຸດພະລັງງານຕົກເຮ່ຍຢ່າງໜ້ອຍ 1.5%, ແກ້ໄຂໄຟຕົກ-ໄຟມອດ ໃຫ້ຫຼຸດລົງ 20%, ສືບຕໍ່ກວດກາການລັກນໍາໃຊ້ກະແສໄຟ ແລະ ການຈັດສັນປະເພດລູກຄ້າຄືນໃໝ່ ໃຫ້ສອດຄ່ອງກັບການ ຊົມໃຊ້ຕົວຈິງ. ໃນພິທີກໍ່ໄດ້ມອບ ຫຼຽນໄຊແຮງງານຊັ້ນ 1, 2 ແລະ 3,  ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນ ແລະ ພາກສ່ວນທີ່ປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການການແຂ່ງຂັນສ້າງບ້ານພັດທະນາ ແລະຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກໃນທົ່ວປະເທດ ໄລະຍະ 5 ປີ (2016-2020). ຕອນທ້າຍຂອງກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພິທີກໍ່ໄດ້ປິດລົງໃນຕອນແລງດ້ວຍຜົນສໍາເລັດ.