ກອງປະຊຸມຮ່ວມມືດ້ານວິຊາການ ລະຫວ່າງ ຟຟລ ແລະ ກຟຜ ຄັ້ງທີ 39.

18-09-2022.




ໃນຕອນເຊົ້າວັນທີ 16 ພະຈິກ 2022, ຢູ່ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ສປປລາວ  ໄດ້ມີກອງປະຊຸມດ້ານວິຊາການ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ(ຟຟລ) ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ(ກຟຜ) ຫຼື JOC ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ແລະ ທ່ານ ກິດຕິ ເພັດສັນທັດ ຮອງຜູ້ວ່າການລະບົບສົ່ງ (ກຟຜ) ມີຜູ້ບໍລິຫານລະດັບສູງຂອງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໃຫ້ກັນໄດ້ຮັບຊາບ ຫຼັງຈາກນັ້ນ ກອງປະຊຸມກໍ່ໄດ້ມີແຜນຮ່ວມມືໃນປີ 2023 ເປັນຕົ້ນ: ສອງຝ່າຍໄດ້ວາງແນວທາງໃນການສ້າງຄວາມເຂັ້ມແຂງດ້ານພະລັງງານໄຟຟ້າຮ່ວມກັນ, ກຳນົດແຜນປັບປຸງໂຄງລ່າງພຶ້ນຖານການເຊື່ອມລະບົບໄຟຟ້າ, ປັບປຸງວຽກງານດ້ານການຄວບຄຸມລະບົບໄຟຟ້າ, ການບໍາລຸງ-ຮັກສາລະບົບສາຍສົ່ງ, ການຮ່ວມມືດ້ານລະບົບສື່ສານ, ການແລກປ່ຽນຂໍ້ມູນທາງດ້ານເຕັກນິກ, ການຊື້-ຂາຍພະລັງງານໄຟຟ້າລະຫວ່າງ ຟຟລ ແລະ ກຟຜ ແລະ ການພັດທະນາດ້ານບຸກຄະລາກອນ ເຊິ່ງເປັນກອງປະຊຸມຮ່ວມມືຄັ້ງທີ 39  ກອງປະຊຸມແມ່ນໄດ້ຈັດຂື້ນທຸກປີໂດຍໄດ້ປ່ຽນກັນເປັນເຈົ້າພາບ ເພື່ອລາຍງານຄວາມຄືບໜ້າຂອງແຕ່ລະໜ້າວຽກທີ່ຕົກລົງກັນ.