ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ, ນະຄອນຫຼວງວຽງຈັນ ໄດ້ມີການຈັດພິທີເປີດການນຳໃຊ້ ສາຍດ່ວນລັດວິສາຫະກິດໄຟຟ້າລາວ ( CALL Center 1199 ) ແລະ EDL mobile Application ໂດຍການເປັນປະທານຂອງ ທ່ານ ປອ. ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີທ່ານ ປອ. ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ວິຈິດ ຊິນດາວົງ ປະທານສະພາບໍລິຫານ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈຳກັດ (Sysmatik IT Solution Co.,Ltd) ພ້ອມດ້ວຍຄະນະອຳນວຍການ, ຄະນະຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ກ່າວວ່າ: ໃນຖານະເປັນວິສາຫະກິດຂອງລັດ, ລັດວິສາຫະກິດໄຟຟ້າລາວຍາມໃດກໍ່ໄດ້ສຸມທຸກຄວາມອາດສາມາດ ເພື່ອສູ້ຊົນເຮັດຫຼ້ອນ 2 ໜ້າທີ່ຫຼັກ ທີ່ພັກ-ລັດ ກໍ່ຄືປະຊາຊົນ ແລະ ປະເທດຊາດມອບໝາຍໃຫ້ ດ້ວຍການສະໜອງໄຟຟ້າໃຫ້ພຽງພໍ ແລະທົ່ວເຖິງໃນຂອບເຂດທົ່ວປະເທດ, ພ້ອມດຽວກັນນັ້ນກໍ່ຕ້ອງ ດໍາເນີນທຸລະກິດໃຫ້ມີຜົນກໍາໄລ ດ້ວຍລາຄາໄຟທີ່ສົມເຫດສົມຜົນແລະຕໍ່າກວ່າປະເທດອ້ອມຂ້າງ ເຖີງແມ່ນ ຟຟລ ບໍ່ມີເຂື່ອນໄຟຟ້າເປັນຂອງຕົນເອງ ແລະ ຕ້ອງມີຕົ້ນທືນສູງໃນການຊື້ໄຟແຕ່ ຟຟລ ມີແຜນຮັດກຸມລາຍຈ່າຍ, ຫາລາຍຮັບເພີ່ມຈາກຊັບສີນ ແລະ ທ່າແຮງຂອງບໍລິສັດທີ່ເຂົ້າເຖີງ 95% ຂອງຄົວເຮືອນໃນທົ່ວປະເທດ ເຊີ່ງບາງການປ່ຽນແປງໃໝ່ຈະປະກົດຂື້ນໃນອານາຄົດອັນໄກ້ ຄຽງຄູ່ກັບການໃຫ້ຄວາມສໍາຄັນວຽກ ງານການບໍລິກາານລູກຄ້າ-ບໍລິການປະຊາຊົນ, ການຂະຫຍາຍຕາຂ່າຍໄຟຟ້າ, ແຫຼ່ງຜະລິດ ແລະ ສະຖານີ-ສາຍສົ່ງໄຟຟ້າ ໃຫ້ທົ່ວເຖິງໃນທົ່ວປະເທດ ເພື່ອຮັບປະກັນການສະໜອງໄຟຟ້າຮັບໃຊ້ເຂົ້າໃນການຜະລິດ, ສຳນັກງານອົງການ ແລະ ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ໃຫ້ພຽງພໍຕໍ່ເນື່ອງ ແລະ ມີຄວາມສະຖຽນລະພາບ. ສະນັ້ນ ສູນບໍລິການສາຍດ່ວນ ລັດວິສາຫະກິດໄຟຟ້າລາວ 1199 ແລະ EDL mobile Application ຈຶ່ງເປັນໂຄງການທີ່ລັດວິສາຫະກິດໄຟຟ້າລາວ ເອົາໃຈໃສ່ໃນການພັດທະນາ ເພື່ອຫັນວຽກງານການບໍລິການໃຫ້ກ້າວສູ່ທັນສະໄໝ ແລະ ມາດຕະຖານລະດັບສາກົນ.
ທ່ານຍັງໄດ້ກ່າວອີກວ່າ: ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ( CALL Center 1199 ) ເປັນໂຄງການຮ່ວມມື ກັນລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັນ ຈໍາກັດ ເພື່ອພັດທະນາ ແລະ ປັບປຸງລະບົບ CALL Center ແລະ EDL mobile Application ຂອງ ຟຟລ ໃຫ້ທຽບເທົ່າ ກັບລະບົບທີ່ທັນສະໄໝໃຫ້ທຽບເທົ່າກັບສາກົນ, ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ມີສູນກາງຕັ້ງຢູ່ ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ (ຊັ້ນ10) ເພື່ອພັດທະນາລະບົບສາຍດ່ວນ ທີ່ມີຢູ່ໃນປະຈຸບັນຈາກ 10 ຄູ່ສາຍທີ່ມີຢູ່ໃນປະຈຸບັນມາເປັນ 30 ຄູ່ສາຍ ເພື່ອຮອງຮັບການແຈ້ງເຫດກ່ຽວກັບໄຟຟ້າ ຕະຫລອດ 24 ຊົ່ວໂມງ ແລະ ການສົ່ງວຽກ,ລາຍງານວຽກ ເພື່ອແກ້ໄຂວຽກງານພາກສະໜາມແບບອອນລາຍ ນອກນັ້ນຍັງໄດ້ພັດທະນາລະບົບ EDL mobile Application ໄປຄຽງຄູ່ກັນເພື່ອຕອບສະໜອງເຊື່ອມຕໍ່ກັບລະບົບ Call Center Server ຂອງ ຟຟລ ເພື່ອໃຫ້ບໍລິການແກ່ລູກຄ້າຂອງ ຟຟລ ໂດຍສະເພາະແມ່ນຂໍ້ມູນການຊົມໃຊ້ໄຟຟ້າແບບ Automatic ເຊັ່ນ: ການກວດເບິ່ງປະຫວັດການຊົມໃຊ້ໄຟຟ້າ, ການສໍາລະເງິນຄ່າກະແສໄຟຟ້າ, ການແຈ້ງເຫດໄຟຟ້າຂັດຂ້ອງ, ແຈ້ງການມອດໄຟ, ຂໍ້ມູນຂ່າວສານກ່ຽວກັບໄຟຟ້າ, ການຂໍຊົມໃຊ້ໄຟຟ້າໃໝ່ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ ແລະ ໃນອານາຄົດ ແມ່ນຈະໄດ້ສືບຕໍ່ພັດທະນາລະບົບ ໃຫ້ກວມເອົາທຸກສາຂາໃນທົ່ວປະເທດ ແລະ ສາມາດຈ່າຍເງີນໄດ້ໂດຍກົງຜ່ານ EDL mobile Application.