23-09-2022.




ໃນວັນທີ 20 ກັນຍາ 2022 ຢູ່ສູນຝຶກຮົບຮົມ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີປິດຊຸດຝຶກອົບຮົມ ວຽກງານດ້ານ IT ຊຸດທີ 1 ຂື້ນ ໂດຍແມ່ນທ່ານ ວັນຄໍາ ແສງເມືອງ ຮອງຫົວໜ້າຝ່າຍຈັດຕັ້ງ-ບໍລິຫານ ເປັນປະທານ ເຊິ່ງຈຸດປະສົງ ການຝຶກອົບຮົມແມ່ນເພື່ອຍົກສູງວຽກງານດ້ານ IT ເປັນຕົ້ນ Hardware Software Network ແລະ ໂປແກມທີ່ສໍາຄັນ ເຂົ້າໃນວຽກງານວິຊາສະເພາະໃຫ້ມີປະສິດຕິພາບ ເຊິ່ງການຝຶກອົບຮົມຈະໄດ້ຈັດຂື້ນເປັນ 3 ຊຸດ ໃຫ້ພະນັກງານ ວິຊາການ ທີ່ກ່ຽວຂ້ອງ ແລະ ພະນັກງານ ບັນດາ ສາຂາ ແຂວງທົ່ວປະເທດ.