ເອກະສານ ດ້ານການຄຸ້ມຄອງທາງດ້ານ ສິ່ງແວດລ້ອມ ແລະ ສັງຄົມ

22-12-2022.



ກະຊວງພະລັງງານ ແລະ ບໍ່ແຮ່

ລັດວິສາຫະກິດ ໄຟຟ້າລາວ

ລັດວິສາຫະກິດໄຟຟ້າລາວ ພວມຢູ່ໃນໄລຍະກະກຽມ, ສະເໜີໂຄງການ “ສ້າງຄວາມເຂັ້ມແຂງ ແລະ ປ່ຽນຖ່າຍອຸປະກອນໄຟຟ້າ ຢູ່ 11 ສະຖານີ ໃນ 9 ແຂວງ ຂອງ ສປປ ລາວ” ໂດຍການສະໜອງທຶນ (ຮ່ວງເງິນກູ້) ຈາກທະນາຄານໂລກ, ເຊິ່ງມີແຜນຈັດຕັ້ງປະຕິບັດ ແຕ່ປີ 2023-2028. 

 

ໂຄງການດັ່ງກ່າວ ແມ່ນຢູ່ພາຍໃຕ້ການດູແລ ຫຼື ຊີ້ນໍາ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ເຊິ່ງມີວັດຖຸປະສົງໃນການເພີ່ມຂີດຄວາມສາມາດ ແລະ ສ້າງປະສິດທິພາບໃຫ້ແກ່ ລະບົບສົ່ງໄຟຟ້າພາຍໃນປະເທດ, ພັດທະນາຄວາມອາດສາມາດໃນການຄຸ້ມຄອງການເງິນ ແລະ ເພີ່ມສັກກະຍະພາບໃນການຮັບມືກັບໄພພິບັດ ຫຼື ເຫດສຸກເສີນຕ່າງໆ. 

 

ໂຄງການດັ່ງກ່າວມີຈຸດທີຕັ້ງຢູ່ 9 ແຂວງ ໃນທົ່ວປະເທດ, ເຊິ່ງລວມມີ: ແຂວງ ຊຽງຂວາງ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ຈໍາປາສັກ ແລະ ແຂວງ ອັດຕະປື. ການລົງທຶນໃນໂຄງການນື້ ຕົ້ນຕໍແມ່ນສຸມໃສ່ການປັບປຸງ 11 ສະຖານີ ໃນບັນດາແຂວງທີ່ກ່າວມາຂ້າງເທິງ. ໃນນັ້ນ ລວມມີ: ສະຖານີ ໂພນສະຫວັນ, ສະຖານີ ເມືອງຄໍາ, ສະຖານີ ນາແລ, ສາລາພູຄູນ, ວັງວຽງ, ໂຄກສະອາດ, ປາກຊັນ, ປາກບໍ່, ບ້ານນາ, ບາງເຢາະ ແລະ ສະຖານີ ສະເພົາທອງ. 

 

ອົງປະກອບຕົ້ນຕໍ ຂອງໂຄງການລວມມີ 4 ອົງປະກອບ ດັ່ງລຸ່ມນີ້: 

ອົງປະກອບ 1: ປັບປຸງບັນດາສະຖານີ ແລະ ການຕິດຕາມລະບົບສົ່ງໄຟຟ້າ (47 ລ້ານໂດລາສະຫະລັດ ລວມທັງ IDA 35.72 ລ້ານໂດລາສະຫະລັດ ແລະ 11.28 SML) ເຊິ່ງຈະສຸມໃສ່ ສະໜອງທຶນເຂົ້າ 2ອົງປະກອບຍ່ອຍ.

ອົງປະກອບ 2: ລະບົບຄຸ້ມຄອງການເງິນ ແລະ ການປະຕິບັດ SAP (4 ລ້ານໂດລາສະຫະລັດ ລວມທັງ 3.04 ລ້ານໂດລາສະຫະລັດ ຈາກ IDA ແລະ 960,000 ໂດລາສະຫະລັດ SML), ແລະ

ອົງປະກອບ 3: ສະໜັບສະໜູນການຈັດຕັ້ງປະຕິບັດ ໂຄງການ (US$0.85 ລ້ານໂດລາ) – ສໍາລັບການປັບປຸງວຽກຈັດຊື້ຈັດຫາ,ການບັນຊີ ແລະ ທີ່ປຶກສາ, ແລະ 

ອົງປະກອບທີ 4: ການໂຕ້ຕອບໄພພິບັດ ແລະ ເຫດການສຸກເສີນ (US$0 IDA) - ອົງປະກອບນີ້ ຈະບໍ່ສະໜອງທຶນທັນທີ ແຕ່ຈະເປັນເງື່ອນໄຂໃນການສະເໜີຂໍງົບປະມານເພື່ອມາຮັບມືກັບເຫດການທີ່ເກີດຂຶ້ນໃຫ້ໄດ້ຢ່າງວ່ອງໄວ ຫາກເກີດເຫດການສຸກເສີນຈິງ ແລະ ເປັນເຫດການທີ່ສອດຄ່ອງກັບເງື່ອນໄຂ ທີ່ຕ້ອງການສະເໜີຂໍນໍາໃຊ້ງົບປະມານ, ແຕ່ຕ້ອງແມ່ນຫຼັງຈາກການປະກາດເຫດສຸກເສີນ. 

 

ໂດຍອີງໃສ່ເງື່ອນໄຂ ແລະ ຂອບນະໂຍບາຍ ດ້ານສິ່ງແວດລ້ອມສັງຄົມ (ESF) ຂອງທະນາຄານໂລກ, ລັດວິສາຫະກິດ ໄຟຟ້າລາວ ໄດ້ສ້າງຊຸດເຄື່ອງມືປ້ອງກັນດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ຈໍາເປັນເພື່ອເປັນຄູ່ມື ນໍາໃຊ້ແນໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມສັງຄົມ ທີ່ອາດຈະເກີດຂຶ້ນ ຈາກການດໍາເນີນການ ໂດຍສະເພາະແມ່ນການປະຕິບັດກິດຈະກໍາຢູ່ໃນ 11 ສະຖານີ ດັ່ງທີ່ໄດ້ກ່າວມາຂ້າງເທິງ.  

 

ຮ່າງຊຸດເຄື່ອງມືເຫຼົ່ານັ້ນ (ESF instruments) ກໍໄດ້ຈັດລຽງໄວ້ຢູ່ໃນລິ້ງ (Links) ດ້ານລຸ່ມນີ້, ທັງນີ້ ກໍເພື່ອໃຫ້ເອກະສານດັ່ງກ່າວ ໄດ້ຮັບການເປີດເຜີຍສູ່ສາທາລະນະ ແລະ ເປີດຊ່ອງທາງໃນການຮັບຄໍາເຫັນ, ຖ້າມີ. ເຄື່ອງມືດັ່ງກ່າວ ຍັງຈະໄດ້ຮັບການສືບຕໍ່ປັບປຸງ ໂດຍສະເພາະແມ່ນຢູ່ໃນໄລຍະກະກຽມ ຫຼື ຈັັດວາງແຜນງົບປະມານ ແລະ ຍັງຈະໄດ້ຮັບເອົາຄໍາຄິດເຫັນຈາກຫຼາຍພາກສ່ວນມາພິຈາລະນາ ໂດຍສະເພາະ ແມ່ນກຸ່ມຄົນ ທີ່ກ່ຽວຂ້ອງກັບໂຄງການໂດຍກົງ ເພື່ອເຮັດໃຫ້ ເນື້ອໃນສົມບູນຂຶ້ນຕື່ມ.

 

ທ່ານ ສາມາດເຂົ້າເບິ່ງ ແລະ ອ່ານ ບົດຄັດຫຍໍ້ຊຸດເຄື່ອງມືທັງໝົດທີ່ກ່າວມາຂ້າງເທິງ, ສະບັບພາສາລາວ, ຕາມ ປຸ່ມ ຫຼື ລິ້ງ ລຸ່ມນີ້: 

• ຄັດຫຍໍ້ ບົດປະເມີນຜົນກະທົບຕໍ່ ສິ່ງແວດລ້ອມສັງຄົມ (ESIA)

• ຄັັດຫຍໍ້ ແຜນການມີສ່ວນຮ່ວມ ຂອງຜູ້ທີ່ມີສ່ວນກ່ຽວຂອງ (SEP)

• ຄັັດຫຍໍ້ ແຜນຄຸ້ມຄອງແຮງງານ (LMP)

• ຄັັດຫຍໍ້ ແຜນຄຸ້ມຄອງສິ່ງເສດເຫຼືອທີ່ເປັນພິດ (HWMP)

• ຄັດຫຍໍ້ ແຜນຄຸ້ມຄອງ ສິ່ງແວດລ້ອມສັງຄົມສະເພາະ ສະຖານີນາແລ (Nalae Site Specific ESMP)

• ຄັດຫຍໍ້ ແຜນຄຸ້ມຄອງ ສິ່ງແວດລ້ອມສັງຄົມສະເພາະ ສະຖານີ ວັງວຽງ (Vangvieng Site Specific ESMP)

• ຄັດຫຍໍ້ ແຜນຄຸ້ມຄອງ ສິ່ງແວດລ້ອມສັງຄົມສະເພາະ ສະຖານີ ບາງເຢາະ (Bang Yo Site Specific ESMP)

 

ສ່ວນບົົດລາຍງານສະບັບສົມບູນ ແລະ ເນື້ອໃນທັງໝົດ ທ່ານສາມາດກົດລິ້ງລຸ່ມນີ້. 

• ບົດປະເມີນຜົນກະທົບຕໍ່ ສິ່ງແວດລ້ອມສັງຄົມ (ສະບັບພາສາອັງກິດ)

• ແຜນການມີສ່ວນຮ່ວມ ຂອງຜູ້ທີ່ມີສ່ວນກ່ຽວຂອງ (ສະບັບພາສາອັງກິດ)

• ແຜນຄຸ້ມຄອງແຮງງານ (ສະບັບພາສາອັງກິດ)

• ແຜນຄຸ້ມຄອງສິ່ງເສດເຫຼືອທີ່ເປັນພິດ (ສະບັບພາສາອັງກິດ)

• ແຜນຄຸ້ມຄອງ ສິ່ງແວດລ້ອມສັງຄົມສະເພາະ ສະຖານີນາແລ (ສະບັບພາສາອັງກິດ)

• ແຜນຄຸ້ມຄອງ ສິ່ງແວດລ້ອມສັງຄົມສະເພາະ ສະຖານີ ວັງວຽງ (ສະບັບພາສາອັງກິດ)

• ແຜນຄຸ້ມຄອງ ສິ່ງແວດລ້ອມສັງຄົມສະເພາະ ສະຖານີ ບາງເຢາະ (ສະບັບພາສາອັງກິດ)

• ແຜນປະຕິບັດຂອບເຂດຄວາມຮັບຜິດຊອບດ້ານສິ່ງແວດລ້ອມສັງຄົມ (ສະບັບພາສາອັງກິດ)

 

ຖ້າຫາກທ່ານມີຄໍາຄິດເຫັນ ຫຼື ຂໍ້ສະເໜີໃດໆ ຕໍ່ເນື້ອໃນບົດຄັດຫຍໍ້ ຂອງບົດລາຍງານ ຫຼື ເຄື່ອງມື ທັງໝົດ (ຂ້າງເທິງ), ທ່ານ ສາມາດ ສົ່ງ ຫຼື ຕິດຕໍ່ຫາ ພາກສ່ວນຮັບຜິດຊອບລຸ່ມນີ້: 

 

• ທາງເລືອກທີ 1: ທ່ານສາມາດພົວພັນເອົາເອກະສານດັ່ງກ່າວໄດ້ທີ່ລັດວິສາຫະກິດໄຟຟ້າລາວ. ຖະໜົນມິດຕະພາບລາວ-ໄທ, ຕູ້ ປ.ນ 309, ບ້ານທົ່ງກາງ , ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ສປປ ລາວ. ໂທ: (856-21) 316094-1113 (ພສສ), ແຟັກ: (856-21) 316118, 

• ທາງເລືອກທີ 2: ທ່ານ ສາມາດພົວພັນ ທ່ານ ວົງວິໄລ ສີສຸລາດ, ຫົວໜ້າພະແນກສິ່ງແວດລ້ອມ ແລະ ສັງຄົມ, ຝ່າຍພັດທະນາ, ລັດວິສາຫະກິດໄຟຟ້າລາວ. ໂທ: 020 91111 91111809, E-mail: dsisoulath@yahoo.com.

• ທາງເລືອກທີ 3: Download from EDL ອີເມວ: edlmdo@edl.com.la; ເວບໄຊ: WWW.edl.com.la

 

ຫຼັງຈາກໄດ້ຮັບການປັບປຸງໃຫ້ສົມບູນແລ້ວ ເຄື່ອງມືປ້ອງກັນ ສິ່ງແວດລ້ອມສັງຄົມເຫຼົ່ານີ້ ຈະໄດ້ຖືກແຈກຢາຍ ເພື່ອເຮັດການຫາລື ເພີ່ມຕື່ມກ່ອນການອະນຸມັດ ໂຄງການ, ແລະ ຫຼັງຈາກທາງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ໄດ້ອະນຸມັດ ໃຫ້ດໍາເນີນໂຄງການ ແລະ ກໍຍັງຈະມີການແຈ້ງສູ່ສາທາລະນະຊົນ ຕື່ມອີກ.

 

Ministry of Energy and Mines

Electricité du Lao (EDL)

The Domestic Grid Optimization Project (hereinafter “Project”) is being prepared by EDL for EDL’s project implementation from 2023-2028 with the financing from the World Bank. The project impmenetation will be overseen by the Ministry of Energy and Mine. The project’s development objective is to strengthen the capacity and efficiency of the domestic distribution grid system in project areas and improve EDL’s financial management capacity; and in case of an Eligible Crisis or Emergency, respond promptly and effectively to it. 

The project will be implemented in 9 provinces, including Xiengkhouang, Oudomxay, Luangprabang, Vientiane Province, Vientiane Capital, Bolikhamxay, Savannakhet, Champasak and Attapue. Most of the investment in provinces will be carried out within the 11 substations located in these 9 provinces, including Phonesavanh, M. Kham, Nalae, Salaphoukhoun, Vangvieng, Khoksa at, Paksan, Pak Bo, Ban Na, Bang Yo and Saphaothong Substations. 

The project consists of three components:

Component 1: Substation Investments and Grid Monitoring Systems (US$46.15 million including US$35.02 million IDA and US$11.08 SML) will finance two sub-components.

Component 2: Financial Management System and SAP Implementation (US$4 million including US$3.04 million IDA and US$960,000 SML), 

Component 3: Project Implementation Support (US$0.85 million) for Procurement and Project Account management consultant, and 

Component 4: Contingent emergency response (US$0 IDA) - This zero-dollar component would allow rapid reallocation of credits proceeds to respond to unanticipated eligible crises or emergencies. This component has no allocation and no financing unless an emergency is declared. 

As per requirements of the World Bank’s Environmental and Social Framework (ESF), the following documents (below) have been prepared to avoid/minimize the environmental and social risks and impacts that are associated with investment activities at the 11 substations.

These ESF documents (draft form) are hereby disclosed for the purpose of public consultation. These documents will be updated based on final project design, and based on the continuous feedback of different project stakeholders, including affected and interested parties, during project preparation.

 

To view the draft ESF documents (full text) in English language, please click on the documents below:

• Environmental and Social Assessment Report (English)

• Stakeholder Engagement Plan (English language)

• Labor Management Procedure (English language)

• Hazardous Waste Management Plan (English language)

• Environmental and Social Management Plan for Nale Substation (English language)

• Environmental and Social Management Plan for Vang Vieng Substation (English language)

• Environmental and Social Management Plan for Bang Yo Substation (English language)

• Environmental and Social Commitment Plan (English language)

 

Please direct your comments and suggestions on the above draft documents to:

Address of EDL responsible persons

• Alternative 1: Contracte to Electricite du Laos (EDL) Lao-thai Friendship road, P.O.BOX 309, Thongkang V, Sisattanak D, Vientiane Capital Lao PDR. : (85624) 316094 (1113); 316133 Fax: (856-21) 316118; 263794

• Alternative 2: Contracte to Mr Vongvilay SISOULATH, Manager of Environmental and Social Division , Department of Development, tel: 020 91111809, E-mail: dsisoulath@yahoo.com.

• Alternative 3: Download from EDL E-mail: edlmdo@edl.com.la; Website: WWW.edl.com.la

The above documents, once finalized, will be disclosed for further consultation before project appraisal. The final draft of all documents will be disclosed on this web page, once finalized and approved by the Government of Laos PDR and the World Bank.

https://drive.google.com/drive/folders/1zsIVUZSNR4tcEgNvHo4I7MLFY4jhCYaM?usp=share_link