Image


General Management Department



ສະຖານທີ່

ຝ່າຍນະໂຍບາຍຄະນະອຳນວຍການໃຫຍ່ຕັ້ງຢູ່


ພາລະບົດບາດ ຝ່າຍນະໂຍບາຍຄະນະອຳນວຍການໃຫຍ່

ຝ່າຍນະໂຍບາຍຄະນະອຳນວຍການໃຫຍ່ ມີພາລະບົດບາດຫລັກໃນການຊ່ວຍຄະນະຜູ້ອຳນວຍການໃຫຍ່ໃນ ວຽກງານດັ່ງລຸ່ມນີ້:

  1. ວິເຄາະ ແລະ ຄົ້ນຄວ້າບັນດາເອກະສານຕ່າງໆ ທີ່ກ່ຽວຂ້ອງກັບການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວຕາມການ ຊີ້ນຳ.
  2. ສັງລວມຂໍ້ມູນ ສຳລັບການເຜີຍແຜ່ພາຍໃນ ແລະ ພາຍນອກ ໃຫ້ເໝາະສົມ.
  3. ຄົ້ນຄວ້າປັບປຸງການດຳເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າລາວ.
  4. ພົວພັນພາຍໃນລັດວິສາຫະກິດໄຟຟ້າລາວ:
    • ພົວພັນ ແລະ ປະສານງານກັບພາກສ່ວນກ່ຽວຂ້ອງ ພາຍໃນລັດວິສາຫະກິດໄຟຟ້າລາວ.
    • ຕິດຕາມຄວາມຄືບໜ້າວຽກມອບໝາຍຂອງ ຄະນະອຳນວຍການໃຫຍ່ ກັບພາກສ່ວນທີ່ກ່ຽວຂ້ອງ ແລະ ລາຍງານໃຫ້ຄະນະອຳນວຍການໃຫຍ່ໄດ້ຮັບ ຊາບ ແລະ ໃຫ້ທິດຊີ້ນຳ.
    • ເປັນກອງເລຂາໃຫ້ຄະນະອຳນວຍການໃຫຍ່, ສະພາອຳນວຍການ ແລະ ສະພາຜູ້ຖືຮຸ້ນຟຟລ.
    • ເປັນກອງເລຂາຊ່ວຍວຽກຄະນະອຳນວຍການໃຫຍ່ໃນ ວຽກງານສະພາຜູ້ຖືຮຸ້ນຂອງບັນດາບໍລິສັດທີ່ລັດວິສາຫະກິດໄຟຟ້າລາວໄດ້ຮ່ວມຮຸ້ນ.
    • ຄຸ້ມຄອງ ແລະ ພັດທະນາລະບົບເອກະສານ ໃຫ້ມີປະສິດທິພາບ ແລະ ທັນກັບສະພາບການ.
  5. ພົວພັນພາຍໃນປະເທດ ແລະ ຕ່າງປະເທດ:
    • ປະສານງານ ແລະ ພົວພັນກັບບັນດາພາກສ່ວນທີ່ກ່ຽວຂ້ອງພາຍນອກພາຍໃນປະເທດ.
    • ປະສານງານ ແລະ ພົວພັນກັບບັນດາບໍລິສັດ, ອົງກອນ ພາຍໃນພາກພື້ນ ແລະ ສາກົນ.
    • ຕິດຕາມຄວາມຄືບໜ້າຂອງວຽກງານຮ່ວມມືຕ່າງປະເທດຂອງລັດວິສາຫະກິດໄຟຟ້າລາວ ແລະ ລາຍງານໃຫ້ຄະນະອຳນວຍການໃຫຍ່ຮັບຊາບ ແລະ ໃຫ້ທິດຊີ້ນຳ.
    • ຕິດຕາມ ແລະ ວິເຄາະສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ, ພາກພື້ນ ແລະ ສາກົນ ໂດຍສະເພາະທີ່ກ່ຽວຂ້ອງກັບຂະແໜງພະລັງງານໄຟຟ້າ.


General Management Department Organization Chart

Image
Image