ສາຂາແຂວງ ຊຽງຂວາງ 
ສະຖານທີ່
ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ຊຽງຂວາງ ຕັ້ງຢູ່ ບ້ານໂພນສະອາດໃຕ້ ເມືອງແປກ ແຂວງຊຽງຂວາງ
ໂທລະສັບ: 061 213545, 061 213515
ພາລະບົດບາດ
- ເປັນເສນາທິການ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ.
- ສັງລວມຂໍ້ມູນທຸກລະບົບ ໃນຂົງເຂດ ສາຂາ ຟຟລ ແຂວງຊຽງຂວາງຮັບຜິດຊອບ ແລ້ວລາຍງານໃຫ້ ຟຟລ.
- ຮັບຜິດຊອບ ແລະ ຕິດຕາມທາງດ້ານວຽກງານ ການນຳພາ, ການເມືອງ-ແນວຄິດ, ການຈັດຕັ້ງ, ວຽກງານພັກ, ອົງການຈັດຕັ້ງມາຫາຊົນ ຟຟລ-ຊຂ ແລະ ກໍ່ສ້າງບຸກຄະລະກອນ.
- ສົມທົບພາກສ່ວນຕ່າງໆ ທີ່ປີ່ນອ້ອມ ສາຂາ ຟຟລ ແຂວງຊຽງຂວາງ ແລະ ພາກສ່ວນອື່ນໆ ທີ່ມາພົວພັນວຽກງານ.
- ຂະຫຍາຍລະບົບໄຟຟ້າ ແຮງກາງ, ແຮງຕ່ຳ ແລະ ສ້ອມແປງລະບົບໄຟຟ້າແຮງກາງ ແລະ ແຮງຕ່ຳ.
- ທວງໜີ້ສີນ ຄ່າກະແສໄຟຟ້າ ນຳລູກຄ້າເຊັ່ນວ່າ: ທີ່ຢູ່ອາໃສ, ສຳນັກງານອົງການລັດ, ໜ່ວຍທຸລະກິດ ໃນຂົງເຂດ ຟຟລ-ຊຂ ຮັບຜິດຊອບ ແລະ ໜີ້ສີນອື່ນໆທີ່ກ່ຽວຂ້ອງກັບໄຟຟ້າ.
- ໂຄສະນາ ເຜີຍແຜ່ ການຊົມໃຊ້ໄຟຟ້າ ໃຫ້ລູກຄ້າເຂົ້າໃຈ ໃນຂົງເຂດ ຟຟລ.ຊຂ ຮັບຜິດຊອບຢ່າງທົວເຖີງ.
- ບໍລິການໄຟຟ້າສຸກເສີນ ໃຫ້ລູກຄ້າ ໃນຂົງເຂດຮັບຜິດຊອບ ຕະຫຼອດ 24 ຊົ່ວໂມງ.
ໂຄງຮ່າງການຈັດຕັ້ງ ສາຂາແຂວງ ຊຽງຂວາງ