Image

ສາຂາແຂວງ ໄຊສົມບູນ


ສະຖານທີ່

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ໄຊສົມບູນ ສຳນັກງານຕັ້ງຢູ່ ຖະໜົນເລທີ 5B, ບ້ານ ພູຫົວຊ້າງ, ເມືອງ ອານຸວົງ ແຂວງ ໄຊສົມບູນ.

  • ໂທລະສັບ: 026 210022-26
  • ແຟັກ: 026 210023, 023 280002
  • Email: edlvtxb@hotmail.com


ພາລະບົດບາດ

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ໄຊສົມບູນ ມີພາລະບົດບາດ ແມ່ນທຸລະກິດໜື່ງຂອງລັດ. ມີໜ້າທີ່: ຄຸ້ມຄອງ, ບໍລິການໄຟຟ້າຕາມແນວທາງນະໂຍບາຍຂອງພັກ - ລັດ ກໍ່ຄືຂອງ ລັດວິສາຫະກິດໄຟຟ້າລາວ ມອບໝາຍໃຫ້ເພື່ອຕອບສະໜອງກະແສໄຟຟ້າໃຫ້ແກ່ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ. ສາຍຕັ້ງຂື້ນກັບລັດວິສາຫະກິດໄຟຟ້າລາວ ທາງດ້ານການຈັດຕັ້ງ, ວິຊາສະເພາະ, ລະບຽບຫຼັກການ, ເຕັກນິກ, ດ້ານງົບປະມານ ແລະ ການຄຸ້ມຄອງ.


ໂຄງຮ່າງການຈັດຕັ້ງ ສາຂາແຂວງ ໄຊສົມບູນ

Image Image