ສາຂາແຂວງ ວຽງຈັນ


ສະຖານທີ່

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ວຽງຈັນ ຕັ້ງຢູ່ບ້ານ ໂພນໝີ ໃຕ້ , ເມືອງ ວຽງຄໍາ ,ແຂວງ ວຽງຈັນ . ຫ່າງຈາກນະຄອນ ຫຼວງວຽງຈັນ ໄປທາງ ທິດເໜືອ ປະມານ 70 Km.

  • ໂທລະສັບ: (023) 431015
  • ແຟັກ: (023)431593


ພາລະບົດບາດ

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ວຽງຈັນ ມີພາລະບົດບາດຄື ເປັນຕົວແທນໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ ໃນການພັດທະນາ ເສດຖະກິດສັງຄົມ ຕາມທິດທາງລວມ ຂອງພັກ - ລັດວາງອອກ ໃນການດໍາເນີນທຸລະກິດ ຈໍາໜ່າຍພະລັງງານໄຟຟ້າ ແລະ ບໍລິການສັງຄົມ ຢູ່ພາຍໃນ ແຂວງວຽງຈັນ.

  1. ຄຸ້ມຄອງ, ສ້ອມແປງ ບໍາລຸງຮັກສາລະບົບຕາຂ່າຍ ແຮງກາງ 22 ກວ , ແຮງຕໍ່າ 0,4 ກວ ,ໝໍ້ແປງ,ໝໍ້ນັບໄຟ ຕະລອດ 24 ຊົ່ວໂມງ ໃຫ້ໄດ້ຊົມໃຊ້ ໄຟຟ້າເປັນປົກະຕິ ແລະ ມີປະສິດທິຜົນສູງ.
  2. ຄຸ້ມຄອງ ໝໍ້ນັບໄຟ , ເກັບເງິນ ແລະ ທວງໜີ້ ຄ່າກະແສໄຟຟ້າ ຂອງລູກຄ້າ ແຕ່ລະປະເພດຊົມໃຊ້ .
  3. ຄຸ້ມຄອງລູກຄ້າ ຜູ້ຊົມໃຊ້ໄຟຟ້າ ປະຕິບັດຕາມລະບຽບຫຼັກການ ຂອງການນໍາໃຊ້ໄຟຟ້າ , ໃຫ້ມີຄວາມປອດໄພ ຕໍ່ຊີວິດ , ຊັບສິນສ່ວນລວມ ແລະ ສ່ວນບຸກຄົນ .
  4. ວາງແຜນການພັດທະນາລະບົບຕາຂ່າຍໄຟຟ້າ ເພື່ອໃຫ້ແທດເໝາະກັບແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງວຽງຈັນແລະຂອງຂັ້ນເທິງວາງອອກເປັນແຕ່ລະໄລຍະສະເພາະໜ້າແລະຍາວນານ.
  5. ດຳເນີນທຸລະກິດຈຳໜ່າຍກະແສໄຟຟ້າ ຕາມການອະນຸມັດດ້ານລາຄາຫົວໜ່ວຍໄຟຟ້າຂອງລັດຖະບານ ທີ່ກໍານົດ.
  6. ບຳລຸງຮັກສາ ແລະ ກໍ່ສ້າງຖັນແຖວພະນັກງານ ຄຸ້ມຄອງທຸລະກິດ, ພະນັກງານວິຊາການ ເພື່ອຕອບສະໜອງຄວາມຕ້ອງການໜ້າທີ່ການເມືອງຂອງລັດວິສາຫະກິໄຟຟ້າລາວ ໃຫ້ໄດ້ຢ່າງພຽງພໍໃນປະຈຸບັນ, ສະເພາະໜ້າ ແລະ ຍາວນານ.
  7. ຄຸ້ມຄອງ ແລະ ຫຼຸດຜ່ອນພະລັງງານຕົກເຮັ່ຍ, ຫຼຸດຜ່ອນໜີ້ສິນຄ່າກະແສໄຟຟ້າຢູ່ແຂວງວຽງຈັນ ເພື່ອແນ່ໃສ່ເຮັດໃຫ້ການດຳເນີນທຸລະກິດມີປະສິດທິຜົນສູງ.


ໂຄງຮ່າງການຈັດຕັ້ງ ສາຂາແຂວງ ວຽງຈັນ

Image Image