ລັດວິສາຫະກິດໄຟຟ້າລາວ ສາຂາສະຫວັນນະເຂດ


Image

ສະຖານທີ

ບ້ານ ທ່າແຮ່. ເມືອງ ໄກສອນ ພົມວິຫານ. ແຂວງສະຫວັນນະເຂດ. ສປປ ລາວ.

Tel: (856-41) 212046

Fax: (856-41) 213688


ພາລະບົດບາດ ລັດວິສາຫະກິດໄຟຟ້າລາວ ສາຂາສະຫວັນນະເຂດ

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງສະຫວັນນະເຂດ ມີໜ້າທີ່ປະຕິບັດຕາມກົດລະບຽບ ຂອງກະຊວງອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 160/ອຫ, ລົງວັນທີ 15/03/2006 ແລະ ປະຕິບັດຕາມຂໍ້ຕົກລົງຂອງລັດວິສາຫະກິດໄຟຟ້າລາວ ສະບັບເລກທີ 1580/ອຫ, ລົງວັນທີ 27/06/2012 ວ່າດ້ວຍການປັບປຸງການຈັດຕັ້ງພາຍໃນລັດວິສາຫະກິດໄຟຟ້າລາວ ໂດຍຂຶ້ນກັບຝ່າຍປະຕິບັດການໄຟຟ້າພາກໃຕ້.

ມີໜ້າທີ່ ຈັດຕັ້ງປະຕິບັດ ການດຳເນີນທຸລະກິດກ່ຽວກັບການຊື້ ຂາຍພະລັງງານໄຟຟ້າ, ຄຸ້ມຄອງລະບົບຕາຂ່າຍໄຟຟ້ານັບແຕ່ ແຮງດັນກາງ 22 ກິໂລໂວນ ລົງໄປ ຈົນຮອດ 0,23 ກິໂລໂວນ, ໝໍ້ແປງ ຈຳໜ່າຍ ແລະ ໝໍ້ນັບໄຟ ໃຫ້ໄດ້ຕາມມາດຖານເຕັກນິກຂອງໄຟຟ້າລາວ ວາງອອກ, ສູ້ຊົນຫຼຸດຜ່ອນພະລັງງານໄຟຟ້າຕົກເຮ່ຍເພື່ອໃຫ້ໄດ້ຕາມສັນຍາແຜນການທີ່ວາງອອກ, ປຸກລະດົມທົ່ວສັງຄົມ ຜູ້ຊົມໃຊ້ໄຟຟ້າ ພາຍໃນແຂວງ ໃຫ້ມີສະຕິນຳໃຊ້ ກະແສໄຟຟ້າດ້ວຍຄວາມປະຢັດ, ຮັບປະກັນຄວາມປອດໄພ ແລະ ຄຸ້ມຄອງບໍລິຫານ ວຽກງານການເກັບເງິນທວງໜີ້ສິນຄ່າກະແສໄຟຟ້າ ໃຫ້ໄດ້ດີ.

ຮັບໃຊ້ໜ້າທີ່ການເມືອງຂອງພັກ ແຜນພັດທະນາເສດຖະກິດສັງຄົມ ຂອງລັດກໍ່ຄື ການພັດທະນາພະລັງງານໄຟຟ້າ ເວົ້າລວມ ເວົ້າສະເພາະ ຢູ່ສາຂາແຂວງສະຫວັນນະເຂດແມ່ນຕອບສະໜອງພະລັງງານໄຟຟ້າໃຫ້ພຽງພໍ ແລະ ທົ່ວເຖິງ, ການບໍລິການຕິດຕັ້ງ, ການຂະຫຍາຍຕາຂ່າຍໄຟຟ້າລົງສູ່ຊົນນະບົດເຂດຫ່າງໄກສອກຫຼີກ ແລະ ການບໍລິການໃນເຂດທີມີເສດຖະກິດ ອຸດສາຫະກຳ ຕາມເງື່ອນໄຂຕົວຈິງ ທີ່ສອດຄ່ອງ ກັບກົດໝາຍວ່າດ້ວຍທຸລະກິດ ແລະ ກົດໝາຍວ່າດ້ວຍໄຟຟ້າໂດຍຄຳນຶງເຖີງ ສະພາບແວດລ້ອມ ແລະ ສັງຄົມເປັນສຳຄັນ.

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງສະຫວັນນະເຂດ ທາງດ້ານວິຊາສະເພາະ ແມ່ນຢູ່ພາຍໃຕ້ການຊີ້ນຳຂອງ ລັດວິສາຫະກິດໄຟຟ້າລາວສູນກາງ (ຄະນະອຳນວຍການໃຫ່ຍ ແລະ ຝ່າຍປະຕິບັດການໄຟຟ້າພາກໃຕ້), ສ່ວນການເຄື່ອນໄຫວຊີວິດການເມືອງ ແມ່ນ ຂຶ້ນກັບແຂວງ ໂດຍສະເພາະແມ່ນ ຮາກຖານພັກ ພະແນກ ພະລັງງານ ບໍ່ແຮ່ແຂວງ.


ໂຄງຮ່າງການຈັດຕັ້ງ ລັດວິສາຫະກິດໄຟຟ້າລາວ ສາຂາສະຫວັນນະເຂດ

Image Image