05-08-2022.



 

 ກອງປະຊຸມສະຫຼຸບ 6 ເດືອນ ຕົ້ນປີ ແລະ ຜ່ານແຜນການ 6 ເດືອນ ທ້າຍປີ 2022  ຂອງລັດວິສາຫະກິດໄຟຟ້າລາວ ຖືກປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນແລງ ວັນທີ 5 ສິງຫາ 2022, ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ  ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍໍ່ແຮ່, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນ.  ມີຫົວໜ້າກົມ, ຮອງກົມ, ຄະນະປະຕິຮູບ ຟຟລ, ຄະນະອໍານວຍການໃຫຍ່, ບໍລິສັດໃນເຄືອ ພ້ອມດ້ວຍຜູ້ບໍລິຫານແຕ່ລະຂັັ້ນ ຂອງ ຟຟລ  ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. 
       ໃນພິທີ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ຜ່ານແຜນການ 6 ເດືອນທ້າຍປີ 2022 ໂດຍຫຍໍ້ ມີບາງຕອນທ່ານໄດ້ກ່າວວ່າ: ໄຟຟ້າລາວ ເປັນຫົວໜ່ວຍລັດວິສາຫະກິດຍຸດທະສາດ ຍາມໃດ ພັກ ແລະ ລັດຖະບານ ກໍ່ຄື ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງການເງິນ ໄດ້ໃຫ້ຄວາມສໍາຄັນ ເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ ໃຫ້ທິດຊີ້ນໍາຢ່າງໃກ້ຊິດ ເພື່ອເຮັດແນວໃດໃຫ້ ໄຟຟ້າລາວ ສາມາດຜ່ານຜ່າສະພາບການຕ່າງໆ ຈາກພາຍໃນ ແລະ ພາຍນອກອົງກອນ ເພື່ອໃຫ້ສາມາດບັນລຸເປົ້າໝາຍການສະໜອງໄຟໃຫ້ທົ່ວສັງຄົມ. ຊຶ່ງໃນປະຈຸບັນ  ຟຟລ ຄຸ້ມຄອງ ສະຖານີໄຟຟ້າແຮງສູງ 75 ແຫ່ງ ຄື:  ເປັນສະຖານີ 230/115 kV ຈໍານວນ 14 ແຫ່ງ, ສະຖານີ 115/22 kV     ຈໍານວນ 61 ແຫ່ງ, ລວມກໍາລັງຕິດຕັ້ງ ທັງໝົດ: 6.226 MVA, ມີລະບົບສາຍສົ່ງໄຟຟ້າແຮງສູງ 230/115 kV ລວງຍາວທັງໝົດ 9.977 km/ວົງຈອນ, ລະບົບຕາຂ່າຍແຮງດັນກາງ ລວງຍາວທັງໝົດ 35.870 km/ວົງຈອນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 682 km/ວົງຈອນ ເທົ່າກັບ 1,94%, ລະບົບຕາຂ່າຍແຮງດັນຕໍ່າ 0,4 kV ມີລວງຍາວທັງໝົດ 20.682 km/ວົງຈອນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 112 km/ວົງຈອນ, ເທົ່າກັບ 0,55% ມີໝໍ້ແປງລະບົບຈໍາໜ່າຍໃນການຄຸ້ມຄອງທັງໝົດ 34.842 ໜ່ວຍ, ລວມກໍາລັງຕິດຕັ້ງ 5.813.155 kVA  ທຽບໃສ່ປີຜ່ານມາເພີ່ມຂຶ້ນ 944 ໜ່ວຍ; ເທົ່າກັບ: 2,78%; ກໍາລັງຕິດຕັ້ງເພີ່ມຂຶ້ນ: 154.524 kVA ເທົ່າກັບ 2,73% ມີຈໍານວນໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງ ຂອງ ຟຟລ ທັງໝົດ 1.617.588 ໜ່ວຍ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 20.890 ໜ່ວຍ ເທົ່າກັບ 1,31% .


              ໃນ 6 ເດືອນຕົ້ນປີ 2022 ຟຟລ ຊື້ພະລັງງານ ແລະ ຜະລິດເອງ ທັງໝົດ 7.906 ລ້ານ kWh,   ທຽບໃສ່ແຜນການ ປະຕິບັດໄດ້ 109 %  ແລະ ສາມາດຈໍາໜ່າຍພະລັງງານໄຟຟ້າ ພາຍໃນປະເທດ ແລະ ລວມທັງການສົ່ງອອກ 7.169 ລ້ານ kWh, ທຽບໃສ່ແຜນການ ເປັນພະລັງງານປະຕິບັດໄດ້ 105 %.
              ດ້ານວຽກການບໍລິການ ປັບປຸງລະບົບປະຊາສໍາພັນ ແລະ ການບໍລິການ ໃຫ້ຫັນໄປສູ່ທັນສະ    ໄໝ ແລະ ດີຂຶ້ນ, ໂດຍປັບປຸງແບບແຜນວິທີເຮັດວຽກຂອງລະບົບ Call Center ແລະ ກະກຽມປັບປຸງຕໍ່ຍອດ EDL Mobile App ໃຫ້ທັນສະໄໝ ແລະ ຕອບໂຈດລູກຄ້າ, ລວມທັງ ສ້າງລາຍຮັບຈາກທ່າແຮງປິ່ນອ້ອມ. ການຈົດເລກໝໍ້ນັບໄຟ, ຜະລິດໃບບິນ ແມ່ນໄດ້ອອກຂໍ້ກໍານົດລະອຽດໃຫ້ແຕ່ລະສາຂາ ຈັດຕັ້ງປະຕິບັດ ແລະ ກໍານົດມາດຕະການຕໍ່ພະນັກງານ ໃຫ້ເພີ່ມຄວາມຮັບຜິດຊອບສູງຕໍ່ໜ້າທີ່ຫຼາຍຂຶ້ນ ເພື່ອບໍ່ໃຫ້ກະທົບຕໍ່ການບໍລິການລູກຄ້າ. ປັບປຸງແບບແຜນການເຮັດວຽກຂອງແຕ່ລະສາຂາ, ສູນບໍລິການ ເຊັ່ນ: ສ້າງຖານຂໍ້ມູນເຕັກນິກ, ສ້າງແຜນການເຮັດວຽກ ໃນການບໍລິຫານຄຸ້ມຄອງ ແລະ ກໍານົດໜ້າວຽກການຄຸ້ມຄອງຂອງແຕ່ລະສູນບໍລິການ ໃຫ້ແທດເໝາະກັບຂອບເຂດວຽກ ແລະ ຈໍານວນທີມງານທີ່ຮັບຜິດຊອບ, ຄຸ້ມຄອງ-ບໍາລຸງຮັກສາ ລະບົບຈໍາໜ່າຍໄຟຟ້າ ໃນທົ່ວປະເທດ ໃຫ້ຢູ່ໃນສະພາບດີ ແລະ ຖືກມາດຕະຖານເຕັກນິກ ເພື່ອຮັບປະກັນຄວາມພ້ອມໃນການສະໜອງໄຟ ແລະ ຫຼຸດຜ່ອນ ບັນຫາໄຟຕົກ-ໄຟມອດ ໃຫ້ນັບມື້ມີຄວາມສະຖຽນລະພາບ.
ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານແຜນສູ້ຊົນ 6 ເດືອນທ້າຍປີ 2022 ຟຟລ ໂດຍຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ບັນດາແຜນສູ້ຊົນ ແລະ ມາດຕະການຕ່າງໆ ທີ່ໄດ້ກໍານົດໄວ້ໃຫ້ສໍາເລັດ ພາຍໃນປີ 2022. 
ໃນຕອນທ້າຍກອງປະຊຸມ ຍັງໄດ້ ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍໍ່ແຮ່, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການດຳເນີນວຽກງານໃນຕໍ່ໄປ ແລະ ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນດຽວກັນ.