ພິທີລົງນາມຂາຍພະລັງງານໄຟຟ້າໃຫ້ກັບສິງກະໂປ

17-06-2022.



ໃນວັນທີ 17 ມິຖຸນາ 2022 ຢູ່ທີ່ ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີລົງນາມເຊັນສັນຍາ ຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງ ສ ປປລາວ ແລະ ປະເທດສິງກະໂປ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ(LTMS-PIP) ເວົ້າລວມ ໂດຍສະເພາະ  ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ Keppel Pte.Ltd  ໂດຍໃຫ້ກຽດເປັນສັກຂີພະຍານຂອງ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນ ໂດຍການ ລົງນາມຝ່າຍລາວ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວນການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ຝ່າຍປະເທດສິງກະໂປ ທ່ານ ນາງ ເຈນິດ ບ່ອງ ປະທານບໍລິຫານ ບໍລິສັດ ເກັບພິວ ເອເລັກທິດ   ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.  ການຊື້-ຂາຍ ພະລັງງານໄຟຟ້າ ຮ່ວມກັນລະຫວ່າງ ລາວ-ສິງກະໂປ ແມ່ນນອນໃນໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ ເປັນໂຄງການແລກປ່ຽນດ້ານພະລັງງານໄຟຟ້າຂອງບັນດາປະເທດສະມາຊິກອາຊຽນ  ເຊິ່ງເລີ່ມຈັດຕັ້ງ ໄລຍະທີ 2 ເຊິງສືບຕໍ່ຈາກໄລຍະທີ່ 1 ໃນການນຳສົ່ງພະລັງງານໄຟຟ້າ ຈາກ ສ ປປ ລາວ ໄປສິງກະໂປ ໂດຍຜ່ານ ປະເທດໄທ, ມາເລເຊຍ ແລະ ສິງກະໂປ ໃນລະບົບສາຍສົ່ງທີ່ມີຢູ່ແລ້ວ  ໂຄງການດັ່ງກ່າວ ແມ່ນໄດ້ແມ່ນຖືກຮັບຮອງ ໃນກອງປະຊຸມ ລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ່38 ໂດຍ ສປປ ລາວ ຈະສົ່ງພະລັງງານໄຟຟ້າ ຈາກ ລາວ ຫາ ສິງກະໂປ ຈຳນວນ 100 MW