ໃນວັນທີ 09 ສິງຫາ 2021 ທີ່ ສູນຝຶກອົບຮົມ ລັດວິສາຫະກິດໄຟຟ້າລາວ ໄດ້ເປີດຊຸດຝຶກອົບຮົມວຽກງານ ກວດກາພັກ-ລັດ ຂອງ ຂະແໜງການພະລັງງານ ແລະ ບໍ່ແຮ່ ຂຶ້ນ ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ແສງທອງ ຊາວພູວົງ ຮອງຫົວໜ້າກົມກວດກາ ຄະນະກວດກາສູນກາງພັກ, , ສະຫາຍ ຄໍາຫຼ້າ ວິຈິດວົງສາ ເລຂາພັກກົມ, ຫົວໜ້າກົມກວດກາ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ຈັນສົມ ພິລາລົມ ຄະນະປະຈໍາພັກ, ປະທານກວດກາຄະນະພັກຮາກຖານ, ຫົວໜ້າຝ່າຍກວດກາ ລັດວິສາຫະກິດໄຟຟ້າລາວ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ທັງໝົດ 60 ສະຫາຍ.
ການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເລີ່ມແຕ່ວັນທີ 9-20 ສິງຫາ 2021 ປະກອບມີ 15 ຫົວຂໍ້ຄື:
1. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ,
2. ວຽກງານຕິດຕາມກວດກາພັກ,
3. ການກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ ພະນັກງານ-ລັດຖະກອນ ເມື່ອມີປະກົດການລະເມີດ,
4. ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພັກ,
5. ກວດກາພິສູດວຽກງານກວດກາພັກ,
6. ບາງບັນຫາພື້ນຖານ ກ່ຽວກັບຈິດຕະສາດໃນວຽກງານກວດກາ,
7. ວິທີການສ້າງແຜນດຳເນີນການກວດກາ,
8. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ,
9. ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ,
10. ວຽກງານຄົ້ນຄ້ວາຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ,
11. ຄວາມຮູ້ພື້ນຖານກ່ຽວກັບວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ,
12. ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນ,
13. ການແກ້ໄຂຜົນຂອງການກວດກາ ແລະ ການຕິດຕາມການຈັດຕັ້ງປະຕິບັດຜົນຂອງການກວດກາ ,
14. ການສ້າງເອກະສານ, ສໍານວນ ແລະ ສໍາເນົາເອກະສານໃນວຽກງານກວດກາ,
15. ວຽກກົງຈັກການຈັດຕັ້ງ ແລະ ການບໍາລຸງສ້າງພະນັກງານກວດກາ.
ເພື່ອໃຫ້ເຫັນໄດ້ເຖິງຄວາມໝາຍ ຄວາມສໍາຄັນຂອງວຽກງານກວດກາ ພັກ-ລັດ ໃນການເພີ່ມທະວີ, ສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດໃຫ້ແກ່ ສະມາຊິກ-ພະນັກງານຫຼັກແຫຼ່ງ ອ້ອມຂ້າງ ອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດອ້ອມຂ້າງ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານກວດກາຫຼາຍຂຶ້ນກວ່າເກົ່າ.
ພາບ-ຂ່າວ ແລະ ຮຽບຮຽງ: ພະແນກຂໍ້ມູນຂ່າວສານ ແລະ ປະຊາສຳພັນ